logo

ໄຂງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ

2017/7/6 | 07:36:00
(VOVWORLD) - ຕອນຄ່ຳວັນທີ 05 ກໍລະກົດ ທີ່ນະຄອນ ເຊີນລາ ແຂວງ ເຊີນລາ, ໄດ້ດຳເນີນພິທີໄຂງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ປີ 2017.
 ໄຂງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ

ນີ້ແມ່ນການເຄື່ອນໄຫວໃນບັນດາເຫດການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 55 ປີ (05/09/1962 – 05/09/2017) ແລະ ວັນເຊັນສົນທິສັນຍາມິດຕະພາບ, ຮ່ວມມື ຫວຽດນາມ - ລາວ ຄົບຮອບ 40 ປີ (18/07/1977 – 18/07/2017). ທ່ານນາງປະທານສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ ຫງວຽນທິກີມເງິນ; ທ່ານນາງປະທານສະພາແຫ່ງຊາດແຫ່ງ ສປປ.ລາວ ປານີ ຢາທໍ່ຕູ້ ເຂົ້າຮ່ວມພິທີໄຂ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນງັອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນ ຖືກດຳເນີນໄປດ້ວຍເນື້ອໃນຫລາຍຮູບຫລາຍສີ, ອຸດົມສົມບຸນ ແລະ ມີຊີວິດຊີວາຄື: ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ; ງານວາງສະແດງ, ແນະນຳຮູບຖ່າຍສິລະປະກ່ຽວກັບມະນຸດ ແລະ ຄວາມສາມາດບົ່ມຊ້ອນ 10 ແຂວງຂອງ ຫວຽດນາມ ທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ; ງານມະໂຫລານສະແດງສິລະປະມະຫາຊົນ ແລະ ສະແດງຊຸດອາພອນປະຈຳເຜົ່າ; ແນະນຳງານບຸນຕ່າງໆ, ຊີວິດການເປັນຢູ່ວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ…ນີ້ກໍ່ແມ່ນກາລະໂອກາດເພື່ອແນະນຳ, ໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາວັດທະນະທຳ, ກິລາ, ທ່ອງທ່ຽວ ແລະ ມໍລະດົກວັດທະນະທຳບັນດາເຜົ່າເຂດຊາຍແດນ 2 ປະເທດ ຫວຽດນາມ - ລາວ ໃນພາລະກິດເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາ. ທ່ານ ຫງວນງັອກທ້ຽນ ເນັ້ນໜັກວ່າ:

        ບັນດາການເຄື່ອນໄຫວໃນຂອບເຂດຂອງງານພົບປະແລກປ່ຽນ ໂດຍບັນດາເຈົ້າກົກເຈົ້າເຫຼົ່າ, ນັກສິລະປະການ, ນັກກິລາ, ນັກສະແດງມະຫາຊົນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເຂດຊາຍແດນ 2 ປະເທດ ຫວຽດນາມ - ລາວ ສະແດງມີກຳລັງແຜ່ຂະຫຍາຍຢ່າງແຮງ, ແມ່ນຄວາມເຕົ້າໂຮມ, ສະແດງໃຫ້ເຫັນຄວາມງາມຂອງຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອ, ເຕັມໄປດ້ວຍສີສັນ, ແນ່ນອນວ່າ ຈະສ້າງຄວາມປະທັບໃຈອັນດີງາມໃນດວງໃຈຂອງແຂກທ່ອງທ່ຽວ, ເພື່ອນມິດພາຍໃນ ແລະ ຕ່າງປະເທດ ກ່ຽວກັບຮູບພາບປະເທດ, ປະຊາຊົນ, ນ້ຳໃຈສາມັກຄີ, ມິດຕະພາບ ການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ລາວ.

 ໄຂງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ

TAG
VOV/VOVworld/ວັດທະນະທຳ/ກິລາມ ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ