logo

ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022

2022/8/5 | 07:00:00
(VOVWORLD) -ງານມະໂຫລານກະຈາຍສຽງທົ່ວປະເທດ ແມ່ນວັນບຸນໃຫຍ່ຂອງບັນດາຜູ້ເຮັດວຽກງານກະຈາຍສຽງໃນທົ່ວປະເທດ
ຕອນຄ່ຳວັນທີ 04 ສິງຫາ, ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022, ດ້ວຍຫົວຂໍ້ “ຫັນປ່ຽນຢ່າງມີໄຫວພິບ - ປັບຕົວໃຫ້ເໜືອກວ່າ”, ດຳເນີນຢູ່ໂຮງລະຄອນ ນະຄອນ ໂຮ່ຈີມິນ. ນີ້ແມ່ນເຫດການສຳຄັນ, ແມ່ນວັນບຸນໃຫຍ່ຂອງບັນດາຜູ້ເຮັດວຽກງານກະຈາຍສຽງໃນທົ່ວປະເທດ.
(ພາບ: VTCNews)
ບັນດາຜູ້ແທນເຂົ້າຮ່ວມພິທີໄຂ
ທ່ານກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ
ທ່ານອະດີດຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ
ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຫງວຽນຈ້ອງເງັຍ, ພ້ອມກັບການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ແຂກຖືກເຊີນ... ເຂົ້າຮ່ວມພິທີໄຂ
ກ່າວຄຳເຫັນຊົມເຊີຍທີ່ພິທີໄຂ, ທ່ານ ຟານວັນມາຍ, ກຳມະການສູນກາງພັກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຢືນຢັນວ່າ: “ງານມະໂຫລານກະຈາຍສຽງຄັ້ງນີ້ ບໍ່ພຽງແຕ່ແມ່ນການເຄື່ອນໄຫວດ້ານວິຊາສະເພາະສຳຄັນ, ມີອິດທິພົນຊື່ສຽງເທົ່ານັ້ນ, ຫາກນີ້ຍັງແມ່ນການພົບປະແຫ່ງສາຍຈິດມິດໃຈ, ແມ່ນອະລົມຈິດຂອງຜູ້ເຮັດວຽກງານສື່ມວນຊົນກະຈາຍສຽງທີ່ສະຫງວນໃຫ້ແກ່ນະຄອນ ໂຮ່ຈີມິນ ອີກດ້ວຍ”.
ທ່ານ ຫງວຽນຈ້ອງເງັຍ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ອວຍພອນບັນດາຜູ້ຂຽນ, ກຸ່ມຜູ້ຂຽນຂອງ 203 ຜົນງານດີເດັ່ນທີ່ໄດ້ເຂົ້າຮອບຊິງຊະນະເລີດ ແລະ ເນັ້ນໜັກວ່າ ຂະແໜງກະຈາຍສຽງ ຫວຽດນາມ ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ປະດິດຄິດສ້າງເພື່ອຮັບມືກັບວິທີເຮັດຂ່າວໃນໄລຍະໃໝ່.
ທ່ານ ໂດ້ຕຽນຊີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ຕີກອງໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022.
ງານມະໂຫຫາກຳກະຈາຍສຽງທົ່ວປະເທດແມ່ນການເຄື່ອນໄຫວດ້ານວິຊາການຂອງຂະແໜງກະຈາຍສຽງ ຫວຽດນາມ, ໄດ້ຈັດຂຶ້ນ 2 ປີເທື່ອໜຶ່ງ, ເພື່ອພົບເຫັນ, ເຊີດຊູບັນດາຜູ້ຂຽນ, ບົດປະພັນດີເດັ່ນຂອງຜູ້ເຮັດວຽກງານສື່ມວນຊົນ, ກະຈາຍສຽງໃນທົ່ວປະເທດ.
ຄະນະຈັດຕັ້ງງານມະໂຫລານກະຈາຍສຽງທົ່ວປະເທດ ເຊີດຊູຄະນະກຳມະການ, ບັນດານັກຂ່າວຜູ້ມີອິດທິພົນຊື່ສຽງ, ມີລະດັບວິຊາການ, ວິຊາສະເພາະທີ່ດີເດັ່ນ, ບັນດາຜູ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງງານມະໂຫຫາກຳກະຈາຍສຽງ.
ບັນດາລາຍການສະແດງສະແດງສິລະປະທີ່ພິທີໄຂ.
ບັນດາຜູ້ແທນຖ່າຍຮູບລະນຶກທີ່ງານມະໂຫລານ. ຄາດວ່າ, ງານມະໂຫລານກະຈາຍສຽງທົ່ວປະເທດຈະມອບບັນດາລາງວັນໃນພິທີອັດ, ເຊິ່ງຈະຈັດຂຶ້ນໃນເວລາ 20 ໂມງຂອງວັນທີ 06 ສິງຫາ 2022 ຢູ່ໂຮງລະຄອນ ນະຄອນ ໂຮ່ຈີມິນ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ