logo

ໄຂງານມະໂຫລານອາຫານການກິນ, ທ່ອງທ່ຽວ ນິງບິ່ງ ປີ 2025

2025/12/29 | 09:28:00
(VOVWORLD) - ງານມະໂຫລານໂດຍມີການເຂົ້າຮ່ວມຂອງ 87 ໝູ່ບ້ານອາຊີບ, ສະຫະກອນ ທີ່ມາຈາກ 13 ແຂວງ, ນະຄອນໃນທົ່ວປະເທດ, ນຳເຂົ້າບັນດາສິ່ງຍອດຍິ່ງດ້ານອາຫານການກິນຂອງທັງພາກເໜືອ, ພາກກາງ, ພາກໃຕ້.
(ທີ່ງານມະໂຫງານອາຫານການກິນ, ທ່ອງທ່ຽວ ນິງບິ່ງ ປີ 2025)

        ວັນທີ 28 ທັນວາ, ຢູ່ແຂວງ ນິງບິ່ງ, ຄະນະກຳມະການປະຊາຊົນແຂວງ ນິງບິ່ງ ໄດ້ຈັດພິທີໄຂງານມະໂຫງານອາຫານການກິນ, ທ່ອງທ່ຽວ ນິງບິ່ງ ປີ 2025 ດ້ວຍຫົວຂໍ້ “ສິ່ງຍອດຍິ່ງດ້ານອາຫານການກິນເຂດນະຄອນຫຼວງເກົ່າ”. ງານມະໂຫລານໂດຍມີການເຂົ້າຮ່ວມຂອງ 87 ໝູ່ບ້ານອາຊີບ, ສະຫະກອນ ທີ່ມາຈາກ 13 ແຂວງ, ນະຄອນໃນທົ່ວປະເທດ, ນຳເຂົ້າບັນດາສິ່ງຍອດຍິ່ງດ້ານອາຫານການກິນຂອງທັງພາກເໜືອ, ພາກກາງ, ພາກໃຕ້. ທີ່ງານມະໂຫລານໄດ້ຈັດການເຄື່ອນໄຫວຟົດຟື້ນຫຼາຍຢ່າງ, ມີຄວາມໝາຍຢູ່ຫຼາຍທ້ອງຖິ່ນໃນບໍລິເວນແຂວງ ນິງບິ່ງ, ຄື: ງານບຸນເຂົ້າໜົມພື້ນເມືອງທາງພາກເໜືອ, ງານບຸນເຂົ້າປຸ້ນ, ເຟີ ເຊີດຊູບັນດາຜະລິດຕະພັນເຮັດຈາກເຂົ້າສານຢູ່ຕາແສງ ນາມດິ້ງ.

        ງານມະໂຫລານແມ່ນໂອກາດເພື່ອເຊີດຊູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ອາຫານການກິນທີ່ເປັນເອກກະລັກສະເພາະຂອງ ນິງບິ່ງ, ຜ່ານນັ້ນ ຢືນຢັນວ່າ ອາຫານການກິນບໍ່ພຽງແຕ່ແມ່ນຄວາມຕ້ອງການໃນຊີວິດປະຈຳວັນເທົ່ານັ້ນ, ຫາກຍັງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ຕິດພັນຢ່າງສະໜິດແໜ້ນກັບປະຫວັດສາດ, ການດຳເນີນຊີວິດຊຸມຊົມອີກດ້ວຍ. ງານມະໂຫລານດັ່ງກ່າວຈະອັດລົງໃນວັນທີ 02 ມັງກອນ 2026.

TAG
VOV/VOVworld/ເຂົ້າ​ປຸ້ນ/ເຟີ ເຊີ​ດ​ຊູ/​ຜະ​ລິດ​ຕະ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ