logo

ໄຂງານວາງສະແດງກ່ຽວກັບການພົວພັນ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ

2022/7/18 | 09:51:00
(VOVWORLD) - ງານວາງະແດງຄັ້ງນີ້ ຢາກແນະນຳ ບັນດາພາບຖ່າຍກ່ຽວກັບສາຍພົວພັນ ລາວ - ຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດ ນັບແຕ່ເມື່ອພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ແກ່ຜູ້ຊົມ ລາວ, ຫວຽດນາມ ແລະ ເພື່ອນມິດສາກົນ
(ຜູ້ແທນເຂົ້າຮ່ວມງານວາງສະແດງພາບຖ່າຍກ່ຽວກັບການພົວພັນຮ່ວມມື ລາວ - ຫວຽດນາມ)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 17 – 19 ກໍລະກົດ 2022, ຕອນບ່າຍວັນທີ 17 ກໍລະກົດ, ທ່ານ ຫວໍວັນເຖື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ ສົມໄຊ ສີພັນດອນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ລາວ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງພາບຖ່າຍກ່ຽວກັບການພົວພັນຮ່ວມມື ລາວ - ຫວຽດນາມ ຜ່ານແຕ່ລະໄລຍະ.

        ກ່າວຄຳເຫັນທີ່ພິທີ, ທ່ານຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ທອງສາລິດ ມັງໜໍ່ເມກ ໃຫ້ຮູ້ວ່າ, ງານວາງະແດງຄັ້ງນີ້ ຢາກແນະນຳ ບັນດາພາບຖ່າຍກ່ຽວກັບສາຍພົວພັນ ລາວ - ຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດ ນັບແຕ່ເມື່ອພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ແກ່ຜູ້ຊົມ ລາວ, ຫວຽດນາມ ແລະ ເພື່ອນມິດສາກົນ, ຕໍ່ຈາກນັ້ນແມ່ນວິວັດການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນັ້ນແມ່ນຊັບສົມບັດອັນລ້ຳຄ່າ, ມີໜຶ່ງບໍ່ມີສອງ. ນ້ຳໃຈນັ້ນໄດ້ພິສຸດໃຫ້ເຫັນຜ່ານໄລຍະປະຫວັດສາດຂອງ 2 ຊາດ, ເຊິ່ງປະຊາຊົນ 2 ປະເທດໄດ້ເພີ່ມພູນຄຸນສ້າງຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ.

        ງານວາງສະແດງໄດ້ແນະນຳພາບຖ່າຍ, ວັດຖຸບັນ, ປື້ມ, ເອກະສານປະມານ 400 ຢ່າງໃນ 3 ໄລຍະການຮ່ວມມື ຫວຽດນາມ - ລາວ.

TAG
VOV/VOVworld/ຕໍ່​ສູ້/ສ້າງ​ສາ/​ວາງ​ສະ​ແດງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ