logo

ໄຂຖະໜົນດອກໄມ້ສີລະປະລະດູບານໃໝ່ປີມະເມຍ 2026

2026/2/15 | 08:58:16
(VOVWORLD) - ຖະໜົນດອກໄມ້ປີນີ້ມີຄວາມຍາວປະມານ 310 ແມັດ, ບັນດາເຂດວາງສະແດງສິລະປະໄດ້ອອກແບບປະດັບປະດາດ້ວຍ 30 ຮູບແບບທີມີຂະໜາດໃຫຍ່ ແລະ ໂຖດອກໄມ້ກວ່າ 50.000 ໂຖ ທີ່ເອົາມາຈາກບັນດາໝູ່ບ້ານດອກໄມ້ ແລະ ນອກນະຄອນ.
(ພິທີໄຂຖະໜົນດອກໄມ້ສີລະປະ ເກີນເທີ)

ຕອນຄ່ຳວັນທີ 14 ກຸມພາ, ຢູ່ຖະໜົນ ວໍວັນເຕິນ - ງວຽນທາຍຫອກ, ນະຄອນ ເກີນເທີ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ເກີນເທີ ໄດ້ໄຂຖະໜົນດອກໄມ້ສີລະປະ ເກີນເທີ ລະດູບານໃໝ່ປີມະເມຍ 2026 ດ້ວຍຫົວຂໍ້ “ບຸນເຕັດແຫ່ງການເຕົ້າໂຮມ”.

ຖະໜົນດອກໄມ້ປີນີ້ມີຄວາມຍາວປະມານ 310 ແມັດ, ບັນດາເຂດວາງສະແດງສິລະປະໄດ້ອອກແບບປະດັບປະດາດ້ວຍ 30 ຮູບແບບທີມີຂະໜາດໃຫຍ່ ແລະ ໂຖດອກໄມ້ກວ່າ 50.000 ໂຖ ທີ່ເອົາມາຈາກບັນດາໝູ່ບ້ານດອກໄມ້ ແລະ ນອກນະຄອນ.

ຖະໜົນດອກໄມ້ລະດູບານໃໝ່ປີມະເມຍ 2026 ໄດ້ສຸມໃສ່ເຮັດໃຫ້ຮູບໂຕມ້າ, ເຊິ່ງແມ່ນຊັດມຸງຄຸນຂອງປີພົ້ນເດັ່ນຂຶ້ນ. ຖະໜົນດອກໄມ້ໄດ້ແບ່ງເປັນ 3 ເນື້ອໃນຕົ້ນຕໍ: ພາກທີ 1, ສຸມໃສ່ບັນດາຄຸນຄ່າທີ່ເປັນມູນເຊື້ອ; ພາກທີ 2 ເຊີດຊູກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ກິງ, ຂະແມ, ຮວາ; ພາກທີ 3 ມຸ່ງໄປເຖິງອະນາຄົດ ດ້ວຍບັນດາຮູບແບບ “ເຕັກໂນໂລຊີ ແລະ ປັນຍາປະດິດ”.

ຖະໜົນດອກໄມ້ສີລະປະລະດູບານໃໝ່ປີມະເມຍ 2026 ເປີດປະຕູຮອດວັນທີ 21 ກຸມພາ (ວັນທີ 5 ບຸນເຕັດ).

TAG
VOV/VOVworld/ດອກ​ໄມ້/​ປວງ​ຊົນ​/ທັງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ