logo

ໄຂເຂດເຊີດຊູສິນຄ້າ ຫວຽດນາມ ຢູ່ ຮ່າໂນ້ຍ

2026/2/5 | 11:53:37
(VOVWORLD) - ບັນດາວິສາຫະກິດ, ຜະລິດຕະພັນເຂົ້າຮ່ວມງານວາງສະແດງໄດ້ຄັດເລືອກຢ່າງລະອຽດລະອໍ, ຮັບປະກັນມາດຕະຖານ “made in Vietnam” 100% ມີຕົ້ນກຳເນີດຢ່າງຈະແຈ້ງ, ຄຸນນະພາບດີ.
(ພິທີເປີດເຂດວາງສະແດງ livestream “ພະລັງຊີວິດຂອງສິນຄ້າ ຫວຽດນາມ”)

        ຕອນເຊົ້າວັນທີ 05 ກຸມພາ, ຢູ່ ຮ່າໂນ້ຍ, ກົມຄຸ້ມຄອງ ແລະ ພັດທະນາຕະຫຼາດພາຍໃນປະເທດ, ກະຊວງອຸສາຫະກຳການຄ້າ ຫວຽດນາມ ໄດ້ເປີດເຂດວາງສະແດງ livestream “ພະລັງຊີວິດຂອງສິນຄ້າ ຫວຽດນາມ”, ສ້າງຂີດໝາຍການມີໜ້າຂອງສິນຄ້າ ຫວຽດນາມ ຢູ່ຖະໜົນ ຈ່າງຕ່ຽນ, ຮ່າໂນ້ຍ, ສ້າງເປັນສະຖານທີ່ລື້ງເຄີຍ, ມີຄວາມເຊື່ອໝັ້ນເພື່ອເຊີດຊູສິນຄ້າ ຫວຽດນາມ ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ. ເຫດການແມ່ນເພື່ອປະກອບສ່ວນແຜ່ກະຈາຍສານທີ່ວ່າ “ຊາວ ຫວຽດນາມ ໃຫ້ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ” ໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ.

        ບັນດາວິສາຫະກິດ, ຜະລິດຕະພັນເຂົ້າຮ່ວມງານວາງສະແດງໄດ້ຄັດເລືອກຢ່າງລະອຽດລະອໍ, ຮັບປະກັນມາດຕະຖານ “made in Vietnam” 100% ມີຕົ້ນກຳເນີດຢ່າງຈະແຈ້ງ, ຄຸນນະພາບດີ. ທ່ານ ເຈິ່ນຮຶວລິງ, ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາຕະຫຼາດຢູ່ພາຍໃນປະເທດ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ, ໃຫ້ຮູ້ວ່າ:

        “ປີນີ້, ພວກຂ້າພະເຈົ້າຈະເຄື່ອນໄຫວລາຍການນີ້ ດ້ວຍຄວາມຫວັງຈະມີ 100 ເຄື່ອງໝາຍການຄ້າ - ຕາງໜ້າໃຫ້ຜະລິດຕະພັນ “made in Vietnam” 100% ຢ່າງແທ້ຈິງ, ເຊິ່ງເປັນຄວາມເອກອ້າງທະນົງໃຈຂອງປະເທດຊາດ, ຂອງ ຫວຽດນາມ, ມີວັດທະນະທຳ, ມີສີສັນ, ມີຄວາມໝາຍ ແລະ ລາຄາເໝາະສົມ”.

        ພ້ອມກັບການເຄື່ອນໄຫວ livestream, ແຂກມາຢ້ຽມຊົມສາມາດຊື້ເຄື່ອງຂອງໄດ້ໂດຍກົງຢູ່ທີ່ນີ້ໃນເວລາທີ່ໄດ້ກຳນົດດ້ວຍລາຄາທີ່ດຶງດູດໃຈ.

TAG
VOV/VOVworld/ເຊີ​ດ​ຊູ​/ສ​ິ​ນ​ຄ້າ/​ໃຈ​ກາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ