logo

ໄດ້ມີບັນດາການຫັນປ່ຽນຢ່າງຕັ້ງໜ້າໃນການເຈລະຈາລະຫວ່າງ ລັດເຊຍ ແລະ ຢູແກຼນ

2026/1/28 | 07:56:00
(VOVWORLD) - ຄາດວ່າ ບັນດານັກເຈລະຈາ ລັດເຊຍ ແລະ ຢູແກຼນ ຈະພົບປະກັນໃນວັນອາທິດຈະມາເຖິງ, ດ້ວຍຄວາມອາດສາມາດຈະມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ ອາເມລິກາ.

        ວັນທີ 27 ມັງກອນ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງສັນຕິພາບລະຫວ່າງ ລັດເຊຍ ແລະ ຢູແກຼນ ໂດຍ ອາເມລິກາ ເປັນກາງໄກ່ເກ່ຍ ພວມດຳເນີນໄປຢ່າງດີງາມ ແລະ ຈະມີການພົບປະ 3 ຝ່າຍ ເຊິ່ງຈະຖືກຈັດຂຶ້ນໃນທ້າຍອາທິດນີ້. ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ເຜີຍລາຍລະອຽດເທື່ອ.

        ກ່ຽວກັບຝ່າຍ ຢູແກຼນ, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ເອກະສານກ່ຽວຂ້ອງເຖິງການຮັບປະກັນຄວາມໝັ້ນຄົງຈາກຝ່າຍ ອາເມລິກາ ໄດ້ “ສຳເລັດ 100%” ແລ້ວ ແລະ ກີແອັບ ພວມລໍຖ້າຈຸດເວລາ, ສະຖານທີ່ເພື່ອລົງນາມ. ທ່ານສືບຕໍ່ຢືນຢັນຫຼັກການຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ ຕ້ອງໄດ້ຮັບຄວາມເຄົາລົບໃນບໍ່ວ່າມາດຕະການສັນຕິພາບໃດໆ.

        ສ່ວນວັງ Kremlin ເນັ້ນໜັກວ່າ ບັນຫາຜືນແຜ່ນດິນແມ່ນປັດໄຈແກ່ນສານໃນການເຈລະຈາ. ຄາດວ່າ ບັນດານັກເຈລະຈາ ລັດເຊຍ ແລະ ຢູແກຼນ ຈະພົບປະກັນໃນວັນອາທິດຈະມາເຖິງ, ດ້ວຍຄວາມອາດສາມາດຈະມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ ອາເມລິກາ.

TAG
VOV/VOVworld/ຫຼັກ​ການ/ຜືນ​ແຜ່ນ​​ດິນ/ຄົບ​ຖ້ວນ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ