logo

ໄທ ຈັດວາງຄຳສັ່ງໄອຍະການເສິກຢູ່ແຂວງ ນະຣາທິວັດ, ເພີ່ມທະວີການປ້ອງກັນຄວາມສະຫງົບເຂດຊາຍແດນ

2026/1/12 | 09:48:30
(VOVWORLD) - ຄຳສັ່ງໄອຍະການເສິກ, ຫ້າມປະຊາຊົນອອກຈາກເຮືອນໃນເວລາແຕ່ 21 ໂມງ 00 ຮອດ 5 ໂມງ 00 ຂອງມື້ຕໍ່ມາ.

        ພາຍຫຼັງເກີດເຫດວາງສະເບີດ ແລະ ຈຸດເຜົາ, ທຳລາຍຢ່າງລຽນຕິດຢູ່ບັນດາແຂວງທາງພາກໃຕ້ຂອງ ໄທ ໃນວັນທີ 11 ມັງກອນ, ກອງທັບ ໄທ ໄດ້ຈັດວາງຄຳສັ່ງໄອຍະການເສິກຢູ່ແຂວງ ນະຣາທິວັດ, ພ້ອມກັນນັ້ນ ເພີ່ມທະວີການປ້ອງກັນຄວາມສະຫງົບເຂດຊາຍແດນກັບ ມາເລເຊຍ. ຄຳສັ່ງໄອຍະການເສິກ, ຫ້າມປະຊາຊົນອອກຈາກເຮືອນໃນເວລາແຕ່ 21 ໂມງ 00 ຮອດ 5 ໂມງ 00 ຂອງມື້ຕໍ່ມາ.

        ພ້ອມກັນນັ້ນ, ຜູ້ບັນຊາການທະຫານເຂດ 4 ໄດ້ຊີ້ນຳບັນດາກົມກອງກຽມພ້ອມສູ້ຮົບ 24 ຊົ່ວໂມງໃນ 7 ມື້ ແລະ ເພີ່ມທະວີການປ້ອງກັນຄວາມສະຫງົບຢ່າງສຸດຂີດຢູ່ບັນດາເຂດຊາຍແດນທາງພາກໃຕ້. ຕາມນັ້ນແລ້ວ, ປະຊາຊົນ, ພາຫະນະ ແລະ ສິນຄ້າໄປມາຜ່ານແດນ ໄທ - ມາເລເຊຍ ຕ້ອງປະຕິບັດຂັ້ນຕອນກວດກາຢ່າງເຄັ່ງຄັດ; ຈັດວາງສຳລັບພົນລະເມືອງຂອງ ໄທ, ຊາວຕ່າງປະເທດ ແລະ ທຸກຮູບແບບແລກປ່ຽນດ້ານການຄ້າຜ່ານຊາຍແດນ.

        ຕີລາຄາໃນເບື້ອງຕົ້ນຂອງອົງການປ້ອງກັນຄວາມສະຫງົບຊີ້ໃຫ້ເຫັນວ່າ ບັນດາເຫດວາງລະເບີດ ແລະ ຈຸດເຜົາ, ທຳລາຍໃນຮຸ່ງເຊົ້າວັນທີ 11 ມັງກອນ ອາດຈະແມ່ນການສົ່ງສານກ່ຽວຂ້ອງເຖິງການເລືອກຕັ້ງຂັ້ນທ້ອງຖິ່ນ, ຍິ່ງກວ່າແມ່ນການເຄື່ອນໄຫວກໍການຮ້າຍ ແນໃສ່ກໍ່ຄວາມບາດເຈັບລົ້ມຕາຍເປັນຈຳນວນຫຼາຍ.

TAG
VOV/VOVworld/ຄວາມ​ສະ​ຫງົບ/​ສຸດ​ຂີດ​/​ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ