logo

ໄທ ​ຊຸກ​ຍູ້ວຽກ​ງານ​ກະ​ກຽ​ມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົ​ນ​ຕີ​ກະ​ຂວງການ​ຕ່າງ​ປະ​ເທດ ອ​າ​ຊຽນ

2019/7/16 | 10:14:05
(VOVWORLD) -ເນື້ອໃນກອງປະຊຸມແມ່ນປຶກສາຫາລືກ່ຽວກັບບັນຫາສຳຄັນ, ໃນນັ້ນມີການຊຸກຍູ້ບັນດາໂຄງການພັດທະນານະຄອນອັດສະລິຍະຢູ່ບັນດາປະເທດສະມາຊິກ ແລະ ຢູ່ນະຄອນຕ່າງໆຂອງຈີນ.
ທ່ານ ນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວປິດກອງປະຊຸມສູດຍອດອາຊຽນຄັ້ງທີ 34 (ພາບ: AFP/TTXVN) 

       ວັນທີ 15 ກໍລະກົດ, ທ່ານ ນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ ໄດ້ແຈ້ງໃຫ້ຊາບວ່າບັນດາສະມາຊິກຄະນະລັດຖະບານໄດ້ຮັບຮອງເອົາຮ່າງເອກະສານ 19 ສະບັບທີ່ຈະໄດ້ນຳໃຊ້ຢູ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນຄັ້ງທີ 52 ໃນທ້າຍເດືອນນີ້. ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນຄັ້ງທີ 52 ຈະໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 30 ກໍລະກົດ - 3 ສິງຫາ ຢູ່ ບາງກອກ. ເນື້ອໃນກອງປະຊຸມແມ່ນປຶກສາຫາລືກ່ຽວກັບບັນຫາສຳຄັນ, ໃນນັ້ນມີການຊຸກຍູ້ບັນດາໂຄງການພັດທະນານະຄອນອັດສະລິຍະຢູ່ບັນດາປະເທດສະມາຊິກ ແລະ ຢູ່ນະຄອນຕ່າງໆຂອງຈີນ.

        ບັນດາເອກະສານດັ່ງກ່າວກ່ຽວຂ້ອງເຖິງບາງບັນຫາສາກົນທີ່ມີການເຂົ້າຮ່ວມຂອງ ອາຊຽນ, ໃນນັ້ນມີແຜນການຍຸດທະສາດໃຫ້ແກ່ການຮ່ວມມືລະຫວ່າງ ອາຊຽນກັບ ອົດສະຕາລີໄລຍະ 2020 -2024, ຮ່າງບົດກ່າວປາໄສຈະໄດ້ນຳໃຊ້ໃນກອງປະຊຸມຈະມາເຖິງລະຫວ່າງ ອາຊຽນ ແລະ ສະຫະພາບ ເອີລົບ (EU).

TAG
VOV/VOVworld/ໄທ/ກອງ​ປະ​ຊຸມ​ລັດ​ຖະ​ມົ​ນ​ຕີ​ກະ​ຂວງການ​ຕ່າງ​ປະ​ເທດ ອ​າ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ