logo

ໄທ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ເພື່ອ​​ຊ່ວຍ ມຽນ​ມາ ​ມີຄວາມ​ສະ​ຖຽນ​ລະ​ພາບ ແລະ ​ຕິດ​ພັນ​ກັບ ອາ​ຊຽນ ຄືນ​ໃໝ່

2026/2/19 | 07:27:41
(VOVWORLD) -  ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມື ແລະ ສະເໜີສ້າງຕັ້ງໜ່ວຍປະຕິບັດວຽກງານລວມ ແນໃສ່ຍົກສູງປະສິດທິຜົນການສົມທົບກັນກວດກາເຂດຊາຍແດນ.

(ພາບ: MFA ໄທ)

      ໄທ ປາດຖະໜາຢາກສວມບົດບາດເປັນຂົວຕໍ່ລະຫວ່າງ ມຽນມາ ກັບ ອາຊຽນ ແລະ ປະຊາຄົມໂລກ. ນັ້ນແມ່ນຄຳຢືນຢັນຂອງທ່ານ Sihasak Phuangketkeow ລັດຖະມົນຕີການຕ່າງປະເທດ ໄທ ພາຍຫຼັງການພົບປະບໍ່ເປັນທາງການກັບທ່ານ Than Swe ຜູ້ຮ່ວມຕຳແໜ່ງ ມຽນມາ ໃນວັນທີ 18 ກຸມພາຢູ່ ພູເກດ ປະເທດ ໄທ.

      ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ໄທ Sihasak Phuangketkeow ເນັ້ນໜັກວ່າ: ໄທ ປາດຖະໜາຢາກສວມບົດບາດເປັນຂົວຕໍ່ລະຫວ່າງ ມຽນມາ ກັບ ອາຊຽນ ແລະ ປະຊາຄົມໂລກ, ພ້ອມທັງຖືວ່າ: ຝ່າຍ ມຽນມາ ກໍ່ຄວນມີບັນດາບາດກ້າວເດີນທີ່ຕັ້ງໜ້າເພື່ອແກ້ໄຂບັນດາຄວາມວິຕົກກັງວົນຂອງ ອາຊຽນ ຕາມຂໍ້ຕົກລົງ 5 ຈຸດ, ຜ່ານການເປີດກ້ວາງການອຸປະຖຳມະນຸດສະທຳ, ສ້າງວິວັດການເຈລະຈາ, ຫຸລຸດຜ່ອນການໃຊ້ຄວາມຮຸນແຮງໃນລະດັບຕ່ຳສຸດ….

   ກ່ຽວກັບບັນຫາຄວາມສະຫງົບປອດໄພຢູເຂດຊາຍແດນ, ທ່ານ Sihasak ໃຫ້ຮູ້ວ່າ: ໄທ ແລະ ມຽນມາ ມີເສັ້ນຊາຍແດນລວມທີ່ມີລວງຍາວປະມານ 2400 ກມ, ດັ່ງນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມື ແລະ ສະເໜີສ້າງຕັ້ງໜ່ວຍປະຕິບັດວຽກງານລວມ ແນໃສ່ຍົກສູງປະສິດທິຜົນການສົມທົບກັນກວດກາເຂດຊາຍແດນ.

TAG
VOV/VOVworld/ທ່ານ Sihasak

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ