logo

ໄທ ແລະ ລາວ ຕ້ອນຮັບບຸນປີໃໝ່ໃນບັນຍາກາດອັນງຽບສະຫງັດ

2020/4/14 | 08:57:00
(VOVWORLD) - ວັນທີ 13 ເມສາ, ຕາມຮີດຄອງປະເພນີຂອງ ໄທ ແມ່ນມື້ທຳອິດຂອງບຸນຫົດນ້ຳພື້ນເມືອງ ສົງການ, ປີນີ້ ບັນຍາກາດບຸນປີໃໝ່ຕ່າງກັບບັນຍາກາດທີ່ເບີກບານມ່ວນຊື່ນຄືກຄື້ນຂອງທຸກໆປີ, ຍ້ອນໂລກລະບາດ ໂຄວິດ-19, ລັດຖະບານ ໄທ ໄດ້ອອກຄຳສັ່ງ ຢຸດຕິການຈັດຕັ້ງຈັດພິທີຫຼັກ ສະນັ້ນ, ບັນຍາກາດຂອງບຸນປີໃໝ່ທີ່ສຳຄັນທີ່ສຸດຢູ່ໄທ ແມ່ນງຽບສະຫງັດ.
 ໄທ ຕ້ອນຮັບບຸນປີໃໝ່ໃນບັນຍາກາດອັນງຽບສະຫງັດ

ແລະກໍ່ໃນວັນດຽວກັນ, ລາວ ກໍ່ຕ້ອນຮັບບຸນປີໃໝ່ ພສ 2563 ໃນບັນຍາກາດງຽບສະຫງັດ. ຄູບາ ໂອກາດ ເພັດສີສານະວົງ, ຢູ່ວັດ ສີເມືອງ, ນະຄອນຫລວງ ວຽງຈັນ ໃຫ້ຮູ້ວ່າ: ປີນີ້, ວັດສີເມືອງ ຢຸດຕິທຸກການເຄື່ອນໄຫວທາງສາສະໜາ, ປະຊາຊົນບໍ່ໄປວັດພາວະນາ ແລະ ເຂົ້າຮ່ວມພິທີສົງພະ.

        ພິທີສົງພະ ແລະ ແຫ່ນາງສັງຂານ ໄດ້ຖືກຮຽກຮ້ອງໃຫ້ຢຸດຕິ ເພື່ອປະຕິບັດບັນດາຂໍ້ກຳນົດຂອງລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ, ວັດວາອາຣາມຕ່າງໆຢູ່ລຽບຕາມຖະໜົມ ເສດຖາທິລາດ ລ້ວນແຕ່ປິດປະຕູນັບແຕ່ຕົ້ນເດືອນ ເມສາ. ບຸນຫົດນ້ຳຢູ່ ລາວ  ປີນີ້ ດຳເນີນພຽງແຕ່ໃນຂອບຂະໜາດຄອບຄົວເທົ່ານັ້ນ.

TAG
VOV/VOVworld/ໄທ/ລາວ/ຕ້ອນຮັບບຸນປີໃໝ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ