logo

ໄທ ໜູນ​ຊ່ວຍ​ການ​ພັດ​ທະ​ນາ, ໂຄ​ສະ​ນາ ແລະ ສົ່ງ​ອອກ​ຜະ​ລິດ​ຕະ​ພັນ OTOP

2018/11/11 | 06:13:00
(VOVWORLD) - ໂດຍຮ່ຳຮຽນຕາມຮູບແບບ “ໜຶ່ງບ້ານໜຶ່ງຜະລິດຕະພັນ” ຂອງ ຍີ່ປຸ່ນ, ກ່ອນນີ້ 15 ປີ, ລັດຖະບານ ໄທ ໄດ້ເລີ່ມປະຕິບັດໂຄງການ OTOP – “ໜຶ່ງຕາແສງໜຶ່ງຜະລິດຕະພັນ”. ຈຸດປະສົງຂອງໂຄງການນີ້ ແມ່ນແນໃສ່ຊຸກຍູ້ການດຳເນີນທຸລະກິດທ້ອງຖິ່ນ ໂດຍຜ່ານເລື່ອງໜູນຊ່ວຍການພັດທະນາ ແລະ ໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ. 

ມາຮອດປັດຈຸບັນ, ມີ 2644 ຕາແສງໃນຍອດຈຳນວນກ່ວາ 7000 ຕາແສງຂອງ 76 ແຂວງໄດ້ເຂົ້າຮ່ວມໂຄງການດັ່ງກ່າວ ດ້ວຍຜະລິດຕະພັນກ່ວາ 100.000 ຢ່າງ. ນອກຈາກການທະວີຄູນໂຄງການ OTOP ແລ້ວ, ລັດຖະບານ ໄທ ຍັງຊຸກຍູ້ບັນດາຄອບຄົວດຳເນີນທຸລະກິດ OTOP ທີ່ມີເງື່ອນໄຂຄົບຖ້ວນຈົດທະບຽນສ້າງຕັ້ງວິສາຫະກິດ, ເພື່ອນຳບັນດາຜະລິດຕະພັນ OTOP ອອກສູ່ໂລກ.

 ຮ້ານວາງສະແດງເຂົ້າໜົມດອກໄມ້ ລຳດວນ ຂອງທ່ານນາງ ຣຸ້ງທິວາ ຣະຄັງທອງ

ເຖິງວ່າໄດ້ປະກົດຕົວໃນທ້ອງຕະຫລາດກ່ວາ 20 ປີມາແລ້ວກໍ່ຕາມ, ແຕ່ພາຍຫລັງເຂົ້າຮ່ວມໂຄງການ OTOP ເປັນເວລາ 6 ປີ, ຮ້ານເຂົ້າໜົມ ບ້ານເຂົ້າໜົມຣະຄັງ ໂດຍທ່ານນາງ ຣຸ້ງທິວາ ຣະຄັງທອງ ເປັນເຈົ້າຂອງ, ເຊິ່ງຜະລິດສະເພາະແຕ່ເຂົ້າໜົມ ທີ່ເຮັດມາຈາກເຂົ້າຫອມ ແລະ ເຂົ້າໜົມດອກໄມ້ ລຳດວນ ທີ່ມີຊື່ສຽງຢູ່ຕາແສງ ເມືອງໃຕ້, ເມືອງ ເມືອງ, ແຂວງ ສີສະເກດ, ຈຶ່ງມີຫລາຍຄົນຮູ້ຈັກ. ທ່ານນາງ ຣຸ້ງທິວາ ຣະຄັງທອງ ໃຫ້ຮູ້ວ່າ: ເຂົ້າໜົມດອກໄມ້ ລຳດວນ ແມ່ນສິນຄ້າພິເສດຂອງແຂວງ ສີສະເກດ ຍ້ອນການສ້າງຮູບດອກໄມ້ ລຳດວນ - ເປັນດອກໄມ້ສັນຍາລັກຂອງແຂວງ.

ນອກຈາກບັນດາບັ້ນໂຄສະນາແລ້ວ, ລັດຖະບານ ໄທ ຍັງໄດ້ຈັດຕັ້ງງານຕະຫລາດນັດແນະນຳຜະລິດຕະພັນ OTOP  ຢູ່ເຂດເມືອງ ທອງທານີ, ແຂວງ ນົນທະບູຣີ 3 ເທື່ອ/ປີ. ທ່ານ ສົມນຶກ ຣຽນຣັກວົງ, ເຈົ້າຂອງໂຮງງານດຳເນີນທຸລະກິດກ່ຽວກັບບັນດາຜະລິດຕະພັນທີ່ປຸງແຕ່ງຈາກຊີ້ນໝູຄື: ຢໍ່ໝູ, ໄສ້ກອກ, ໝູແຜ່ນ, ໝູຝອຍ ທີ່ມີຊື່ສຽງຂອງ ອຸບົນ ຣາດຊະທານີ ໃນ 40 ປີຜ່ານມາ, ເຊິ່ງເປັນສະມາຊິກຂອງ OTOP  ນັບແຕ່ໄລຍະຕົ້ນຂອງໂຄງການ, ຕີລາຄາວ່າ:

ທ່ານ ສົມນຶກ ຣຽນຣັກວົງ

ເຖິງວ່າມີຄວາມຕ້ອງການສົ່ງເສີມການສົ່ງອອກສິນຄ້າກໍ່ຕາມ, ແຕ່ບັນດາຄອບຄົວດຳເນີນທຸລະກິດ OTOP ເອງ ບໍ່ມີກຳລັງຄວາມສາມາດໃນການຜະລິດ ແລະ ຖານະນິຕິບຸກຄົນຢ່າງພຽງພໍເພື່ອປະຕິບັດ. ຍ້ອນເຫດນັ້ນ, ບັນດາອົງການສະເພາະກິດກ່ຽວກັບ OTOP ຂອງ ໄທ, ຄື: ກົມພັດທະນາຊຸມຊົນ ຂຶ້ນກັບກະຊວງພາຍໃນ ໄທ, ກົມສົ່ງເສີມອຸດສາຫະກຳຂຶ້ນກັບກະຊວງອຸດສາຫະກຳ ແລະ ກະຊວງການຄ້າ, ໄດ້ຊຸກຍູ້ນະໂຍບາຍໜູນຊ່ວຍຄອບຄົວດຳເນີນທຸລະກິດ OTOP ພັດທະນາ ແລະ ຈົດທະບຽບສ້າງຕັ້ງວິສາຫະກິດ. ທ່ານນາງ ຈິນຕະນາ ຈູນລາທັດ, ຜູ້ອຳນວຍການບໍລິສັດ DPR cosmeceutics ຈຳກັດ, ດຳເນີນທຸລະກິດຜະລິດຕະພັນສະໝູນໄພບຳລຸງຜົມຢູ່ແຂວງ ອຸບົນຣາດຊະທານີ, ເຊິ່ງຕົ້ນກຳເນີດແມ່ນຄອບຄົວດຳເນີນທຸລະກິດ OTOP ໃຫ້ຮູ້ວ່າ: ເພື່ອໄດ້ຈົດທະບຽນສ້າງຕັ້ງວິສາຫະກິດຂະໜາດນ້ອຍ ດ້ວຍຈຳນວນທຶນ 30.000 USD, ພາລະກອນແຕ່ 4 – 5 ຄົນ, ໂຮງງານຜະລິດຂອງທ່ານນາງຕ້ອງຄົ້ນຄວ້າ ແລະ ພັດທະນາຜະລິດຕະພັນໃນເວລາແຕ່ 5 – 6 ປີ.

ບັນດາມາດຕະການດັ່ງກ່າວຂອງລັດຖະບານ ໄທ ໄດ້ສ້າງ “ບາດກ້າວພື້ນຖານ” ຊຸກຍູ້ບັນດາຄອບຄົວດຳເນີນທຸລະກິດສ່ວນຕົວ ພັດທະນາກາຍເປັນວິສາຫະກິດຂະໜາດກາງ ແລະ ນ້ອຍ (SME) ເພື່ອເພີ່ມທະວີກຳລັງຄວາມສາມາດໃນການຄ້າຂາຍກັບຕ່າງປະເທດ. ຍິ່ງໄປກ່ວານັ້ນ, ກົມສົ່ງເສີມອຸດສາຫະກຳຍັງຈັດຕັ້ງບັນດາໂຄງການເຊື່ອມຕໍ່ບັນດາວິສາຫະກິດ SME ໄທ ທີ່ມີ “ຈຸດເລີ່ມຕົ້ນ” ຈາກ OTOP ກັບບາງປະເທດໃນພາກພື້ນ. ທ່ານ ສຸຊາດ ໂຣດສຸວັນ, ທີ່ປຶກສາສູນສົ່ງເສີມອຸດສາຫະກຳເຂດ 7, ຂຶ້ນກັບກົມສົ່ງເສີມອຸດສາຫະກຳ, ຮັບຜິດຊອບ 4 ແຂວງ ອຸບົນຣາດຊະທານີ, ອຳນາດຈະເລີນ, ຢະໂສທອນ, ສີສະເກດ ໃຫ້ຮູ້ວ່າ:

ຮ້ານວາງສະແດງຂອງທ່ານ ສົມນຶກ ຣຽນຣັກວົງ

ທ່ານ ສຸຊາດ ໂຣດສຸວັນ ໃຫ້ຮູ້ຕື່ມອີກວ່າ: ນີ້ແມ່ນປີທຳອິດ ທີ່ໄທປະຕິບັດໂຄງການນີ້. ໂຄງການຢູ່ ຫວຽດນາມ ຫາກໍ່ປະຕິບັດຢູ່ ຮ່າໂນ້ຍ ໃນເດືອນ ກັນຍາ ຜ່ານມາ. ຄາດວ່າ: ໂຄງການຢູ່ ລາວ ແລະ ກຳປູເຈຍ ຈະໄດ້ຈັດຕັ້ງປະຕິບັດໃນປີນີ້, ໂຄງການຢູ່ແຕ່ລະປະເທດຈະແກ່ຍາວເປັນເວລາ 5 ວັນ. ນີ້ແມ່ນໂອກາດທີ່ດີ ເພື່ອໂຄສະນາຜະລິດຕະພັນ OTOP ຢູ່ຕ່າງປະເທດ. ໃນນັ້ນ, ກົມສົ່ງເສີມອຸດສາຫະກຳຈະໜູນຊ່ວຍຄ່າປີ້ຍົນໄປ-ກັບ ແລະ ຄ່າໃຊ້ຈ່າຍໃນການເຂົ້າຮ່ວມງານວາງສະແດງທັງໝົດ ໃຫ້ແກ່ບັນດາວິສາຫະກິດທີ່ເຂົ້າຮ່ວມໂຄງການນີ້ ./.

TAG
VOV/VOVworld/ໄທ/ໂຄ​ສະ​ນາ/​ຜະ​ລິດ​ຕະ​ພັນ/OTOP

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ