logo

ໄປ​ສະ​ນີ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ພື້ນ​ຖານ​ໂຄງ​ລ່າງ logistics ແລະ ໄປ​ສະ​ນີ​ດີ​ຈີ​ຕອນ​ແຫ່ງ​ຊາດ

2025/12/30 | 08:53:01
(VOVWORLD) - ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເນັ້ນໜັກເຖິງ 6 ເສົາຄ້ຳເຊິ່ງໄປສະນີ ຫວຽດນາມ ຕ້ອງຢຶດໝັ້ນປະຕິບັດຕາມແມ່ນ: ສະມັດຕະພາບ, ຄຸນນະພາບ, ເຕັກໂນໂລຢີ, ກຳລັງໜູນ, ລະບຽບວິໄນ ແລະ ກະທັດລັດ.
ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ບໍລິສັດໃຫຍ່ໄປສະນີ ຫວຽດນາມ (Vietnam Post) ໄດ້ຈັດກອງປະຊຸມຜັນຂະຫຍາຍແຜນການປີ 2026. ປີ 2026, ໄປສະນີ ຫວຽດນາມ ວາງເປົ້າໝາຍເຕີບໂຕຢູ່ໃນລະດັບ 17% ກ່ຽວກັບຂອບຂະໜາດລາຍຮັບ. ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ບໍລິສັດໃຫຍ່ສືບຕໍ່ຍູ້ແຮງການເຕີບໂຕໂດຍອີງໃສ່ພື້ນຖານໂຄງລ່າງເຕັກໂນໂລຢີ, ຍົກສູງຄຸນນະພາບການບໍລິການ, ເພີ່ມທະວີຄວາມສາມາດແກ້ງແຍ້ງຜ່ານການພັດທະນາຜະລິດຕະພັນ ແລະ ເປີດກວ້າງບໍລິເວນຫັນການບໍລິການເປັນຫຼາຍຮູບຫຼາຍແບບບົນພື້ນຖານຂໍ້ມູນ. ໃນໄລຍະ 2026 – 2030, ໄປສະນີ ຫວຽດນາມ ວາງເປົ້າໝາຍກາຍເປັນວິສາຫະກິດເຕັກໂນໂລຢີດີຈີຕອນໃນຂົງເຂດໄປສະນີ - logistics, ໂດຍອີງໃສ່ບັນດາຍຸດທະສາດປາຍແຫຼມຄື: ປັນຍາປະດິດ (AI) ແລະ Big Data… ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເນັ້ນໜັກເຖິງ 6 ເສົາຄ້ຳເຊິ່ງໄປສະນີ ຫວຽດນາມ ຕ້ອງຢຶດໝັ້ນປະຕິບັດຕາມແມ່ນ: ສະມັດຕະພາບ, ຄຸນນະພາບ, ເຕັກໂນໂລຢີ, ກຳລັງໜູນ, ລະບຽບວິໄນ ແລະ ກະທັດລັດ.

TAG
VOV/VOVworld/logistics/ໄປ​ສະ​ນີ​ດີ​ຈີ​ຕອນ/​ພື້ນ​ຖານ​ໂຄງ​ລ່າງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ