logo

ໄປ​ຫາ​ປາ​ຢູ່​ທະ​ເລ​ຍາມ​ຕົ້ນ​ປີ, ຊາວ​ປະ​ມົງ ​ແຄ້ງ​ຮ​ວ່າ ​ຕັດ​ສິນ​ໃຈ​ເຮັດ​ອາ​ຊີ​ບ​ຖືກ​ຕ້ອງ​ກົດ​ໝາຍ, ຕ້ານ IUU

2026/2/22 | 11:59:56
(VOVWORLD) - ໃນບັນຍາກາດຄືກຄື້ນມ່ວນຊືນຢ່າງຟົດຟື້ນ ອອກໄປຫາປາຢູ່ທະເລ, ຊາວປະມົງບໍ່ພຽງແຕ່ມີຄວາມຫວັງການເກັບກ່ຽວໄດ້ຮັບຜົນດີເທົ່ານັ້ນ ຫາກຍັງຍົກສູງສະຕິປະຕິບັດຕາມຂໍ້ກຳນົດຕ້ານການຂຸດຕົ້ນ IUU, ມຸ່ງໄປເຖິງການຫາປາແບບຍືນຍົງ.
ກຳປັ່ນຫາປານັບຮ້ອຍລຳກະກຽມໃຫ້ແກ່ການເດີນທາງໄປຫາປາຍາມຕົ້ນປີ (ພາບ: VOV)

ພາຍຫຼັງບຸນປີໃໝ່ປະຈຳຊາດ, ໃນຊຸມວັນຜ່ານມາຢູ່ບັນດາທ່າກຳປັນຫາປາ ຢູ່ແຂວງ ແຄ້ງຮວ່າ, ມີກຳປັ່ນຫາປານັບຮ້ອຍລຳ ກະກຽມການອອກໄປຫາປາຢູ່ທະເລຍາມຕົ້ນປີ. ໃນບັນຍາກາດຄືກຄື້ນມ່ວນຊືນຢ່າງຟົດຟື້ນ ອອກໄປຫາປາຢູ່ທະເລ, ຊາວປະມົງບໍ່ພຽງແຕ່ມີຄວາມຫວັງການເກັບກ່ຽວໄດ້ຮັບຜົນດີເທົ່ານັ້ນ ຫາກຍັງຍົກສູງສະຕິປະຕິບັດຕາມຂໍ້ກຳນົດຕ້ານການຂຸດຕົ້ນ IUU, ມຸ່ງໄປເຖິງການຫາປາແບບຍືນຍົງ. ຢູ່ທ່າກຳປັນຫາປາ ຮ່ອນເຣີ້, ຕາແສງ ນາມຍາຈາງ, ລູກເຮືອຄວາມຟ້າວຟັງກະກຽມເຊື້ອເພິງ, ກວດກາເຄື່ອງມືຫາປາ ແລະ ບັນດາວັດຖຸອຸປະກອນຕິດຕໍ. ພິເສດ, ວັດຖຸອຸປະກອນຕິດຕາມຂະບວນການ VMS ໄດ້ຮັບການກວດກາຢ່າງລະອຽດ ໃນຂະນະທີ່ກຳປັ່ນອອກທ່າ ເພື່ອແນໃສ່ຮັບປະກັນຂໍ້ກຳນົດ ແລະ ຮັບໃຊ້ການຄົ້ນຫາຕົ້ນກຳເນີດໃນການຂຸດຄົ້ນ.

TAG
VOV/VOVworld/ຊາວ​ປະ​ມົງ/ກົດ​ໝາຍ/ຕ້ານ IUU/ການ​ຫາ​ປາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ