logo

ໄປ ເຫວ້ ຢາມໝູ່ບ້ານດອກໄມ້ເຈ້ຍ ແທັງຕຽນ ໃນຊຸມວັນໃກ້ຈະຮອດບຸນເຕັດ

2025/1/24 | 13:20:00
(VOVWORLD) - ດອກໄມ້ເຈ້ຍ ແທັງຕຽນ ແມ່ນດອກໄມ້ທີ່ເຮັດດ້ວຍເຈ້ຍແບບດັ້ງເດີມທີ່ມີຊື່ສຽງຂອງໝູ່ບ້ານ ແທັງຕຽນ, ຕາແສງ ເຢືອງໂນ, ເມືອງ ທ້ວນຮວ້າ, ນະຄອນ ເຫວ້. ດອກໄມ້ເຈ້ຍບໍ່ພຽງແຕ່ມີຄວາມໝາຍເພື່ອປະດັບປະດາເທົ່ານັ້ນ ຫາກຍັງມີຄຸນຄ່າທາງດ້ານວັດທະນະທຳ, ຈິດວິນຍານ ແລະ ໄດ້ນຳໃຊ້ໃນໂອກາດວັນບຸນເຕັດ (ບຸນປີໃໝ່ປະຈຳຊາດ) ແລະ ພິທີບູຊາຕ່າງໆ.
ໝູ່ບ້ານດອກໄມ້ເຈ້ຍ ແທັງຕຽນ ຕັ້ງຢູ່ຍ່ານໃຕ້ແມ່ນ້ຳ ເຮືອງ, ຂຶ້ນກັບຕາແສງ ຝູເມົ໋າ, ເມືອງ ຝຸູວາງ, ນະຄອນ ເຫວ້.
ດອກໄມ້ເຮັດດ້ວຍມືຈາກເຈ້ຍສີ, ໄມ້ໄຜ່ ແລະ ຜົງສີທຳມະຊາດ. ບັນດາວັດຖຸດິບລ້ວນແຕ່ເປັນມິດກັບສິ່ງແວດລ້ອມ.
ດອກໄມ້ເຈ້ຍດຶງດູດໃຈແຂກທ່ອງທ່ຽວຍ້ອນມັນຄົງຕົວມາແຕ່ດົນນານ, ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອໃນຊີວິດທາງດ້ານຈິດວິນຍານຂອງຊາວ ເຫວ້.
ຊາວບ້ານ ແທັງຕຽນ ນຳໃຊ້ບັນດາວັດຖຸດິບທີ່ມີຢູ່ແລ້ວໃນທ້ອງຖິ່ນຄື ຕົ້ນລຸ່ງ, ຕົ້ມໄຜ່ ສົມທົບກັບແນວຄວາມຄິດ ແລະ ສີມືອັນຄ່ອງແຄ້ວເພື່ອເຮັດເປັນຮູບດອກໄມ້ຊະນິດຕ່າງໆ.
ໃນນັ້ນ, ມີຊື່ສຽງທີ່ສຸດແມ່ນດອກບົວເຊິ່ງແມ່ນດອກໄມ້ປະຈຳຊາດ ຫວຽດນາມ.
ບັນດານັກສິລະປະການໃນໝູ່ບ້ານເລົ່າສູ່ຟັງວ່າ ຜູ້ໃດຢູ່ ແທັງຕຽນ ກໍ່ຮູ້ວິທີການເຮັດດອກໄມ້ດ້ວຍເຈ້ຍ ນັບແຕ່ຄາວຍັງນ້ອຍ. ແຕ່ວ່າ ປັດຈຸບັນ ມີພຽງແຕ່ຄອບຄົວຈຳນວນໜຶ່ງທີ່ຍັງຮັກສາອາຊີບນີ້ໄວ້, ໃນນັ້ນມີ 3 ຮາກຖານທັງຜະລິດທັງຮັກສາການເຄື່ອນໄຫວລົງພຶດຕິກຳຕົວຈິງໃນການເຮັດດອກໄມ້ດ້ວຍເຈ້ຍ ທີ່ສະຫງວນໃຫ້ແກ່ແຂກທ່ອງທ່ຽວ.
ຮາກຖານຂອງນັກສິລະປະການ ຫງວຽນຮວ໋າ ກໍ່ນອນໃນຈຳນວນນັ້ນ. ອ້າຍຫ້ຽວ, ລູກຊາຍຂອງລຸງຮວ໋າ ໃຫ້ຮູ້ວ່າ ປັດຈຸບັນ, ດອກໄມ້ເຈ້ຍບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ການບູຊາເທົ່ານັ້ນ ຫາກຍັງໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າເພື່ອປະດັບປະດາເຮືອນຊານ, ຮ້ານຄ້າຕ່າງໆ.
ບໍ່ພຽງແຕ່ປະກອບສ່ວນຮັກສາຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອເທົ່ານັ້ນ, ອາຊີບເຮັດດອກເຈ້ຍ ແທັງຕຽນ ຍັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນຕື່ມອີກ.
ໃນຊຸມວັນໃກ້ຈະຮອດບຸນເຕັດ, ດອກໄມ້ຈາກໝູ່ບ້ານ ແທັງຕຽນຖືກຂົນສົ່ງ ດ້ວຍເຮືອໄປຍັງຕະຫຼາດ ບາວວິງ ເພື່ອຂາຍ.
ດອກໄມ້ເຈ້ຍ ແທັງຕຽນ ສ່ວນຫຼາຍແມ່ນຈະຂາຍພ້ອມກັບຮູບປັ້ນ ເຈົ້າເຕົາ ຢູ່ຕາມຕະຫຼາດບ້ານນາ. ປະຊາຊົນຈະຊື້ເພື່ອວາງຢູ່ແທນບູຊາ ເຈົ້າເຕົາ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ