logo

ໜັງ​ສື​ພິມ ຝ​ລັ່ງ​ເນັ້ນ​ໜັກ​ເຖິງ​ເປົ້າ​ໝາຍ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ຮັ່ງ​ມີ​ເຂັ້ມ​ແຂງ

2026/1/26 | 08:53:57
(VOVWORLD) - ສື່ມວນຊົນສາກົນ ສືບຕໍ່ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມປະສົບຜົນສຳເລັດຢ່າງຈົບງາມ.
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ເປີດຕົວຢູ່ກອງປະຊຸມໃຫຍ່
(ພາບ: TTXVN)

ສື່ມວນຊົນສາກົນ ສືບຕໍ່ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມປະສົບຜົນສຳເລັດຢ່າງຈົບງາມ. ວັນທີ 25 ມັງກອນ, ໜັງສືພິມ Le Monde (ຝລັ່ງ)ໄດ້ລົງບົດຂຽນໂດຍໃຫ້ຂໍ້ສັງເກດວ່າ ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສ້າງຂີດໝາຍຢ່າງພົ້ນເດັ່ນຜ່ານການເລີ່ມຕົ້ນບັນດາໂຄງການປະຕິຮູບກົງຈັກບໍລິຫານຢ່າງເລິກເຊິ່ງກວ້າງຂວາງ ແລະ ຫັນພື້ນຖານເສດຖະກິດເປັນທັນສະໄໝ, ໃຫ້ຄຳໝັ້ນສັນຍາເປີດສັງກາດໃໝ່ - ສັງກາດບຸກບືນຂອງຊາດ.

ຜູ້ຂຽນໃຫ້ຮູ້ວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽ,ນາມ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ມີຄວາມເຊື່ອໝັ້ນຢ່າງສິ້ນເຊິ່ງເລືອກຕັ້ງທ່ານໂຕເລິມ ເປັນເລຂາທິການໃຫຍ່ ສະໄໝທີ XIV, ດ້ວຍຄວາມຮັບຜິດຊອບ ພ້ອມກັບທົ່ວພັກ, ທົ່ວປະເທດຊາດ ສູ້ຊົນປະຕິບັດສຳເລັດເປົ້າໝາຍນຳຫວຽດນາມ ກາຍເປັນປະເທດຮັ່ງມີເຂັ້ມແຂງ ແລະ ພັດທະນາໃນປີ 2045. ຈຸດສຸມຂອງຍຸດທະສາດນີ້ແມ່ນເປົ້າໝາຍການເຕີບໂຕເສດຖະກິດບັນລຸລະດັບ 10% ໃນປີ 2030,  ກົງກັບຈຸດເວລາສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (1930 - 2030), ຮັບຮອງເອົາບັນດາໂຄງການພື້ນຖານໂຄງລ່າງທີ່ໃຫຍ່ຫຼວງ ເຊິ່ງແມ່ນໄມ້ງັດເຕັກໂນໂລຢີຂອບຂະໜາດໃຫຍ່ ແລະການຟື້ນຕົວຂອງບັນດາກຸ່ມບໍລິສັດ ຫວຽດນາມ ທີ່ມີຂອບຂະໜາດລະດັບທົ່ວໂລກບົນເວທີສາກົນ.


TAG
VOV/VOVworld/ກອງ​ປະ​ຊຸມ​ໃຫຍ່/ຫວຽດ​ນາມ/ຝ​ລັ່ງ/ພັກ​ກອມ​ມູ​ນິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ