ຕາມສູນຂໍ້ມູນຂ່າວສານທ່ອງທ່ຽວ (ກົມໃຫຍ່ທ່ອງທ່ຽວ ຫວຽດນາມ) ໝູ່ກັງຈາຍໃນແຂວງອຽນບ໊າຍ ແລະ ອ່າວຮະລອງຢູ່ແຂວງກວາງນິງ ຫາກໍ່ຖືກວາລະສານທ່ອງທ່ຽວ ສາກົນ Condé Nast Traveler ຄັດເລືອກແມ່ນສອງ ໃນຈຳນວນບັນດາສະຖານທີ່ທ່ອງທ່ຽວທີ່ສວຍງາມກ່ວາໝູ່ໃນໂລກ.
![]() |
| ໝູ່ກັງຈາຍ ແມ່ນສະຖານທີ່ທ່ອງທ່ຽວທີ່ງົດງາມດ້ວຍບັນດາເນື້ອທີ່ນາຂັ້ນໄດທີ່ສຸກເຫຼືອງອາຮາມ. |
ຖັດຈາກໝູ່ກັງຈາຍ, ອ່າວຮະລອງກໍ່ໄດ້ຖືກແນະນຳຜ່ານຮູບຖ່າຍຫຼາຍແຜ່ນ
![]() |
| ໂນນພາເຂົ້າ (ຕາແສງລາປ໊າຍເຕິນ) ເຊິ່ງແມ່ນສະຖານທີ່ທີ່ລືຊືຢູ່ໝູ່ກັງຈາຍ ມີຄວາມສວຍສົດງົດງາມ ໃນທ່າມກາງແສງແດດ ຍາມແລງ. |
![]() |
| ໝູ່ກັງຈາຍ ລືຊື່ກໍ່ຍ້ອນມີບັນດາຮູບຖ່າຍເປັນໜ້າປະທັບໃຈເຊິ່ງໄດ້ແນະນຳທາງສື່ສັງຄົມ. |
![]() |
| ຊ່ວງເວລາເດືອນກັນຍາ, ເດືອນຕຸລາກໍ່ແມ່ນຍາມຢູ່ຕາມໂນນພູ ນາຂັ້ນໄດຢູ່ ດິນແດນໝູ່ກັງຈາຍ ກໍ່ເລີ່ມສວຍງາມດ້ວຍເນື້ອທີ່ນາ ສຸກເຫຼືອງ ອາຮາມ |
![]() |
| ບໍ່ພຽງແຕ່ເຮັດໃຫ້ຜູ້ຄົນທັງຫຼາຍຫຼົງໄຫຼຍ້ອນຍາມເຂົ້າສຸກເຫຼືອງອາຮາມເທົ່ານັ້ນ ໝູ່ກັງຈາຍ ຍັງດຶງດູດໃຈແຂກທ່ອງທ່ຽວຍ້ອນມີທັດສະນີຍະພາບເປັນໜ້າປະທັບໃຈຍາມນ້ຳຖ້ວມເມື່ອເດືອນພຶດສະພາແລະ ມິຖຸນາ |
![]() |
| ນອກຈາກບັນດາເນື້ອທີ່ນາຂັ້ນໄດທີ່ເປັນໜ້າປະທັບໃຈ, ໝູ່ກັງຈາຍ ຍັງດຶງດູດແຂກທ່ອງທ່ຽວ ດ້ວຍສີບົວຂອງດອກຄາຍຍາມບານສະພັງໃນທ້າຍເດືອນທັນວາ. ຖັດຈາກໝູ່ກັງຈາຍ, ອ່າວຮະລອງກໍ່ໄດ້ຖືກແນະນຳຜ່ານຮູບຖ່າຍຫຼາຍແຜ່ນ. |
![]() |
| ອ່າວຮະລອງໄດ້ຮັບການຄັດເລືອກຈາກອົງການ UNESCO ວ່າ ແມ່ນໜຶ່ງໃນບັນດາສະຖານທີ່ງົດງາມທີ່ສຸດໃນໂລກ. |
![]() |
| ອ່າວຮະລອງຖືກອຸປະມາດັ່ງຜະລິດຕະພັນ ສິລະປະກຳ ຢ່າງມະຫັດສະຈັນຂອງທຳມະຊາດ. |
![]() |
| ອ່າວຮະລອງມີເກາະດອນໜ້ອຍໃຫຍ່ນັບພັນໜ່ວຍດ້ວຍທັດສະນີຍະພາບເລິກລັບມະຫັດສະຈັນ ພ້ອມກັບກະແສນ້ຳຂຽວໃສເຢັນ ແລະ ພູມີສັນຖານ ພູຫີນປູ່ນທີ່ງົດງາມ. |
![]() |
| ປັດຈຸບັນ ອ່າວຮະລອງກໍ່ຍັງມີ ຜະລິດຕະພັນທ່ອງທ່ຽວຫຼາຍຢ່າງທີ່ເປັນໜ້າປະທັບໃຈອັນໄດ້ຊ່ວຍແຂກທ່ອງທ່ຽວ ສາມາດຢ້ຽມຊົມຄວາມງາມຂອງອ່າວຮະລອງຈາກບ່ອນສູງ ດ້ວຍເຮືອບິນປະເພດ ຕ່າງໆ. |
![]() |
| ແຂກທ່ອງທ່ຽວຍັງສາມາດຂີ່ເຮືອໄມ້ ເພື່ອຢ້ຽມຊົມຖ້ຳຕ່າງໆຄົ້ນຫາທິວທັດທຳມະຊາດທີ່ງົດງາມຢູ່ອ່າວຮະລອງ |
![]() |
| ຮັບຊົມຍາມດ່ວງຕາເວັນຕົກດິນ ກໍ່ແມ່ນສິ່ງທີ່ແຂກ ທ່ອງທ່ຽວບໍ່ຄວນພາດໂອກາດເມື່ອມາຢາມອ່າວຮະລອງ ໃນຍາມແລງລະດູໃບໄມ້ຫຼົ່ນ. |




