ກ່ອນນີ້, ໄຄໄດ້ປົກຄຸມທົ່ວຝາເຮືອນ, ແຕ່ມາຮອດປະຈຸບັນ ຄືດັ່ງໄດ້ນຸ່ງເສື້ອຜືນໃໝ່ໆດ້ວຍສີສັນຫຼາກຫຼານ. “ນັບແຕ່ເມື່ອຝາເຮືອນໄດ້ແຕ້ມພາບຢ່າງງາມຕາຄືແນວນີ້, ປະຊາຊົນໃນໝູ່ບ້ານມີຄວາມເບິກບານມ່ວນຊື່ນຫຼາຍ. ແຂກທ່ອງທ່ຽວມາຢ້ຽມຢາມແຫ່ງນີ້ ແລະ ຖ່າຍຮູບທີ່ລະນຶກນັບມື້ນັບຫຼາຍ”, ເອື້ອຍ ຟູ່ງທິຕີ່ ໄດ້ແບ່ງປັນວ່າ.
ຊີວິດການເປັນຢູ່ຂອງປະຊາຊົນໃນໝູ່ບ້ານກໍ່ມີການປ່ຽນແປງຫຼາຍພໍສົມຄວນ ໃນຂະນະທີ່ຝາເຮືອນທັງໝົດຂອງໝູ່ບ້ານແຫ່ງນີ້ໄດ້ແຕ້ມພາບຢ່າງງາມຕາ. ປະຊາຊົນມີສະຕິໃນການປົກປັກຮັກສາສິ່ງແວດລ້ອມ, ຮັກສາຄວາມງາມຂອງຖະໜົນແຕ່ລະສາຍກ່ວາ. ນັ້ນກໍ່ແມ່ນວິທີໃຫ້ເຂົາເຈົ້າປະກອບສ່ວນພັດທະນາການທ່ອງທ່ຽວຂອງທ້ອງຖິ່ນ.
ເອື້ອຍ ເລທິຖູ່ຍຈາງ ແບ່ງປັນວ່າ: “ຂ້າພະເຈົ້າເຫັນວ່າ ພໍ່ແມ່ປະຊາຊົນຢູ່ທີ່ນີ້ມີສະຕິໃນການປົກປັກຮັກສາສິ່ງແວດລ້ອມ. ຖັງເກັບຂີ້ເຫຍື້ອ ໄດ້ຕັ້ງຢູ່ທົ່ວທຸກບ່ອນໃນໝູ່ບ້ານ ແລະ ປະຊາຊົນມີສະຕິໃນການເກັບຂີ້ເຫຍື້ອ”
ແຂກທ່ອງທ່ຽວຫຼາຍຄົນມາແຫ່ງນີ້ມີຄວາມນິຍົມຕໍ່ຮູບແບບການທ່ອງທ່ຽວວົງຄະນະຍາດນີ້. ເອື້ອຍ ຮີ່ງເຟືອງລີງ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ: “ຂ້າພະເຈົ້າມີຄວາມປະທັບໃຈເມື່ອມາແຫ່ງນີ້. ເຮືອນທຸກແຫ່ງ, ຝາເຮືອນທັງໝົດລ້ວນແຕ່ໄດ້ແຕ້ມພາບດ້ວຍລວດລາຍງາມຫຼາຍ. ສ່ວນຫຼາຍເຮືອນຢູ່ທີ່ນີ້ບໍ່ງາມປານໃດ ແຕ່ເມື່ອໄດ້ແຕ້ມພາບຕົບແຕ່ງຄືແນວນັ້ນ ມັນຈຶ່ງງາມຂຶ້ນ.”




