![]() |
| ອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ ແມ່ນພໍ່ຕູ້ ເລືອງວັນຖູ່, ບ້ານເກີດຢູ່ເມືອງ ເທື່ອງຕິນ, ນະຄອນ ຮ່າໂນ້ຍ ໄດ້ມາສ້າງອາຊີບ ແລະ ສືບທອດໃຫ້ຜູ້ອອກແຮງງານຢູ່ທ້ອງຖິ່ນ ນັບແຕ່ປີ 1958. |
![]() |
|
ເຄື່ອງມືຜະລິດ ຜະລິດຕະພັນໄມ້
ໃນໄລຍະແຕ່ປີ 1986 – 2000, ເສດຖະກິດຂອງ ຫວຽດນາມ ຄ່ອຍໆຫັນໄປສູ່ການເຄື່ອນໄຫວຕາມກົນໄກການຕະຫຼາດ, ພ້ອມກັບບັນດາຜະລິດຕະພັນໄມ້ອຸດສາຫະກຳ, ຜະລິດຕະພັນໄມ້ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ກໍຄືການນຳເຂົ້າຈາກຕ່າງປະເທດແມ່ນນັບມື້ນັບຫຼາຍຂຶ້ນ, ໄມ້ວັດຖຸດິບກໍ່ຄ່ອຍໆຫາຍາກຂຶ້ນຍ້ອນຫ້າມຂຸດຄົ້ນປ່າທຳມະຊາດ, ອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ ກໍ່ຄ່ອຍໆສູນຫາຍໄປ. ປີ 2010, ຄະນະກຳມະການປະຊາຊົນແຂວງ ບັກຢາງ ໄດ້ຮັບຮອງເອົາ ບ້ານ ບ້າຍໂອຍ ເປັນໝູ່ບ້ານອາຊີບຊ່າງໄມ້. ສະນັ້ນ, ບ້ານນີ້ຈຶ່ງມີບັນຍາກາດເຮັດວຽກທີ່ຟົດຟື້ນ ແລະ ຮີບດ່ວນ.
|
![]() |
| ອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ ຄ່ອຍໄດ້ຟື້ນຟູ ແລະ ພັດທະນາເທື່ອລະກ້າວ. |
![]() |
| ອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ ໄດ້ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ຜູ້ອອກແຮງງານທ້ອງຖິ່ນນັບຮ້ອຍຄົນ. ຕາແສງ ຢິງຈີ່ ບັນລຸມາດຕະຖານຊົນນະບົດໃໝ່ໃນປີ 2016. |
![]() |
|
ຢູ່ໝູ່ບ້ານອາຊີບບັນຍາກາດເຮັດວຽກຍາມໃດກໍ່ຟົດຟື້ນ ແລະ ຮີບດ່ວນ.
(ພາບ: TTXVN)
|
![]() |
![]() |
| ຜະລິດຕະພັນໄມ້ຢູ່ບ້ານ ບ້າຍໂອຍ ມີລວດລາຍເກົ່າແກ່ ແລະ ງາມຕາ. |
![]() |
![]() |
| ເພື່ອຮັກສາ ແລະ ພັດທະນາອາຊີບ, ມີຫຼາຍຄອບຄົວໄດ້ລົງທຶນ, ນຳໃຊ້ເຄື່ອງຈັກ ນັບມື້ນັບທັນສະໄໝ ຕາມທິດຫັນເປັນມືອາຊີບ. |
![]() |
|
ທ່ານ ຫງວຽນວັນມິງ, ຮອງຫົວໜ້າສະຫະກອນໄມ້ ບ້າຍໂອຍ ບັນຊາຈັກເຈາະດ້ວຍຄອມພິວເຕີ.
(ພາບ: baobacgiang)
|
![]() |
![]() |
![]() |
| ມາຮອດປະຈຸບັນ, ຜະລິດຕະພັນໄມ້ຢູ່ບ້ານ ບ້າຍໂອຍ ສາມາດສ້າງຈຸດຢືນຂອງຕົນໄດ້ໃນຕະຫຼາດພາຍໃນແຂວງ ແລະ ແຂວງໃກ້ຄຽງຄື: ບັກນິງ, ລ້າງເຊີນ, ກວາງນິງ, ທາຍງວຽນ… |




