logo

ໝູ່ບ້ານເຮັດທູບ ຖຸຍຊວັນ, ສະຖານທີ່ຄວນແວ່ ເມື່ອໄປຢ້ຽມຢາມ ເຫ້ວ

2024/6/22 | 15:45:42
(VOVWORLD) - ໝູ່ບ້ານເຮັດທູບ ຖຸຍຊວັນ, ໄດ້ກາຍເປັນທິ່ຮູ້ຈັກກັນດີດ້ວຍການເຮັດທູບທີ່ເປັນມູນເຊື້ອມາແຕ່ດົນນານຢູ່ ເຫ້ວ, ເຊິ່ງມີຄວາມດຶງດູດໃຈເມື່ອແຂກທ່ອງທ່ຽວແວ່ຢາມ.
ໂດຍຫ່າງຈາກນະຄອນ ເຫ້ວ ໄປທາງທິດ ຕາເວັນຕົກສ່ຽງໃຕ້, ໝູ່ບ້ານເຮັດທູບ ຖຸຍຊວັນ (ບ້ານ ຖຸຍຊວັນ, ນະຄອນ ເຫ້ວ, ເທື່ອທຽນເຫ້ວ) ມີຊື່ສຽງດ້ວຍອາຊີບເຮັດທູບໄມ້ເກດສະໜາທີ່ມີອາຍຸນັບຮ້ອຍປີ.
(ພາບ: bvhttdl.gov.vn)
ມາແຫ່ງນີ້, ແຂກທ່ອງທ່ຽວຫຼາຍຄົນມີຄວາມປະທັບໃຈດ້ວຍບັນດາມັດກ້ານທູບ ຫຼາຍສີສັນ ທີ່ໄດ້ວາງລຽງລາຍກ່າຍກັນຂຶ້ນຢູ່ລຽບຕາມຖະໜົນ.
(ພາບ: toquoc.vn)
(ພາບ: TTXVN)
ບັນດາມັດທູບໄດ້ຈັດລຽນຂຶ້ນເປັນຫຼາຍຊັ້ນ, ສ້າງເປັນ “ດອກໄມ້” ທີ່ມີສີສັນຫຼາກຫຼາຍ.
(ພາບ: congthuong.vn)
ນອກຈາກອາຊີບເຮັດທູບແລ້ວ, ມີຫຼາຍຄອບຄົວຍັງເຮັດເປັນເຂດໃຫ້ແຂກທ່ອງທ່ຽວມາຖ່າຍຮູບ.
(ພາບ: toquoc.vn)
ວິທີເຮັດດັ່ງກ່າວໄດ້ປະກອບສ່ວນສ້າງຄວາມປະທັບໃຈທີ່ດີ, ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມຫຼາຍກວ່າ. ພ້ອມທັງ, ຊ່ວຍໂຄສະນາ, ແຜ່ກະຈາຍຮູບພາບຂອງໝູ່ບ້ານອາຊີບ.
(ພາບ: toquoc.vn)
ຕາມບັນດາເຈົ້າຂອງຮາກຖານການຜະລິດແລ້ວ, ແຕ່ລະມື້ມີແຂກທ່ອງທ່ຽວນັບຮ້ອຍເທື່ອຄົນມາຢ້ຽມຢາມ, ຖ່າຍຮູບ, ເປັນຕົ້ນແມ່ນບັນດາເພື່ອນໜຸ່ມ.
(ພາບ: congthuong.vn)
(ພາບ: TTXVN)
ຢູ່ບ້ານເຮັດທູບ ຖຸຍຊວັນ, ແຂກທ່ອງທ່ຽວໄດ້ຊອກຮູ້ ແລະ ທົດລອງ ເຮັດທູບທີ່ເປັນມູນເຊື້ອຂອງທ້ອງຖິ່ນ.
(ພາບ: TTXVN)
(ພາບ: toquoc.vn)
ຜ່ານນັ້ນ, ແຂກທ່ອງທ່ຽວກໍ່ມີຄວາມເຂົ້າໃຈກ່ຽວກັບການດຳລົງຊີວິດຂອງປະຊາຊົນໃນບ້ານຫຼາຍກວ່າ.
(ພາບ: TTXVN)
ດ້ວຍຄວາມງາມທີ່ເປັນເອກະລັກສະເພາະ, ພ້ອມກັບວິທີເຮັດການທ່ອງທ່ຽວທີ່ໃໝ່ອ່ຽມນັ້ນ, ປະຈຸບັນ, ໝູ່ບ້ານເຮັດທູບ ຖຸຍຊວັນ ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ເຫ້ວ.
(ພາບ: toquoc.vn)
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ