(VOVWORLD) - ໃນຊຸມມື້ນີ້, ປະຊາຊົນຢູ່ໝູ່ບ້ານເຮັດທູບ ກວ໋າງຝູເກົ່າ (ເມືອງ ອຶ໊ງຮວ່າ, ຮ່າໂນ້ຍ) ພວມຫຍຸ້ງກັບການຜະລິດເພື່ອມີຜະລິດຕະພັນສະໜອງໃຫ້ຕະຫຼາດເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ຈະມາເຖິງ.
![]() |
| ໂດຍຫ່າງຈາກນະຄອນ ຮ່າໂນ້ຍ ກວ່າ 30 ກິໂລແມັດ, ໝູ່ບ້ານເກົ່າແກ່ ກວ໋າງຝູເກົ່າ ມີອາຍຸກວ່າ 100 ປີ (ເມືອງ ອຶ໊ງຮວ່າ, ຮ່າໂນ້ຍ) ໄດ້ເປັນທີ່ຮູ້ຈັກກັນດີກັບອາຊີບເຮັດທູບທີ່ເປັນມູນເຊື້ອ. ໃນຊຸມເດືອນທ້າຍປີນີ້, ປະຊາຊົນຢູ່ໝູ່ບ້ານນີ້ ຫຍຸ້ງ ແລະ ຟ້າວຟັ່ງກັບການຜະລິດສິນຄ້າຮັບໃຊ້ບຸນປີໃໝ່. |
![]() |
| ແຫຼ່ງວັດຖຸດິບເຮັດທູບແມ່ນໄມ້ຊາງລໍ. ພາຍຫຼັງແຊ່ນ້ຳແຕ່ 1 – 2 ເດືອນ, ກໍ່ຈະເອົາໄມ້ຊາງລໍໄປລ້າງໃຫ້ສະອາດແລ້ວຕາກໃຫ້ແຫ້ງ. |
![]() |
![]() |
| ໄມ້ຊາງລໍ ທີ່ໄດ້ນຳໃຊ້ເຮັດໄມ້ທູບນັ້ນ ຕ້ອງໄດ້ຮັບການຄັດເລືອກຢ່າງລະອຽດ. |
![]() |
| ໄມ້ຊາງລໍ ລ້ວນແລ້ວແຕ່ໄດ້ເຫຼົາດ້ວຍມື. ເຖິງຢ່າງໃດກໍຕາມ, ໃນຍຸກເຕັກໂນໂລຢີພັດທະນາຄືໃນປັດຈຸບັນ, ມີຫຼາຍຄອບຄົວໄດ້ລົງທຶນເຄື່ອງຈັກເພື່ອເພີ່ມສະມັດຕະພາບ. |
![]() |
![]() |
| ໄມ້ທູບທີ່ບັນລຸຄຸນນະພາບຈະໄດ້ເອົາໄປຍ້ອມສີ ແລ້ວຕາກແດດ. ໃນເສັ້ນທາງສາຍຕ່າງໆໃນບ້ານ, ໄປໃສກໍພົບເຫັນທູບ |
![]() ເພື່ອດຶງດູດແຂກທ່ອງທ່ຽວ, ມີຫຼາຍຄອບຄົວຍັງມັດທູບເປັນມັດ ແລ້ວຈັດເປັນຫຼາຍຮູບພາບ ທີ່ຕ່າງກັນຄື ຮູບທຸງຊາດ, ແຜນທີ່ ຫວຽດນາມ…
|
![]() |
| ໄມ້ທູບຢູ່ໝູ່ບ້ານທູບ ກວ໋າງຝູເກົ່າ ເຄີຍໄດ້ຍ້ອມສີແດງ ຫຼື ສີບົວ, ແລ້ວແຕ່ໃບສັ່ງຊື້ຂອງລູກຄ້າ. ສຳລັບໄມ້ທູບສີແດງມັກໄດ້ໃຊ້ຢູ່ໃນວັດ, ສາລາບ້ານ, ສ່ວນສີບົວ ຈະໄດ້ໃຊ້ຢູ່ເຮືອນ. |
![]() |
| ປະຊາຊົນຢູ່ໝູ່ບ້ານໄດ້ແບ່ງປັນວ່າ ເຂົາເຈົ້າໄດ້ເຮັດໄມ້ທູບທຸກເດືອນໃນປີ, ແຕ່ຄຶກຄື້ນທີ່ສຸດແມ່ນໃນຊຸມເດືອນທ້າຍປີ. |
![]() |
| ພາຍຫຼັງໄມ້ທູບໄດ້ຕາກແຫ້ງແລ້ວ ປະຊາຊົນຈະມັດເປັນມັດລະ 3 ກິໂລກຣາມ ແລະ ສົ່ງໄປຍັງບັນດາຮາກຖານຜະລິດທູບໃນທົ່ວປະເທດ. |
![]() |
![]() |
![]() |
| ດ້ວຍວັດຖຸດິບຈາກສະໝູນໄພຄື ຜົງເກດສະໜາ, ອົບເຊີຍ… ພ້ອມດ້ວຍເຄັດລັບໃນການປະສົມ, ຄວາມລະອຽດລະອໍໃນແຕ່ລະຂັ້ນຕອນ, ທູບ ກວ໋າງຝູເກົ່າ ໄດ້ຮັບການຕີລາຄາວ່າ ງາມຕາ ແລະ ມີສີທົນທານ./. |




