ຕາມໝາກຜົນການນັບບັດເລືອກຕັ້ງຂອງການເລືອກຕັ້ງໃນເບື້ອງຕົ້ນ 93% ຢູ່ ໄທ ໃນວັນທີ 08 ກຸມພາ, ໂດຍຄະນະກຳມະການເລືອກຕັ້ງ ໄທ ປະກາດຮອດເວລາ 4 ໂມງຂອງວັນທີ 09 ກຸມພາ, ພັກພູມໃຈ ໄທ (Bhumjaithai) ໄດ້ນຳໜ້າດ້ວຍປະມານ 194/500 ທີ່ນັ່ງຢູ່ສະພາຕ່ຳ, ຜ່ານນັ້ນ ມີສິດເປັນເຈົ້າການໃນວິວັດການສ້າງຕັ້ງສຳພັນທະມິດກຳອຳນາດ. ບັນດາທີ່ຕັ້ງຕໍ່ໄປແມ່ນຂຶ້ນກັບພັກປະຊາຊົນດ້ວຍ 116 ທີ່ນັ່ງ, ພັກເພື່ອໄທ 76 ທີ່ນັ່ງ, Klatham 58 ທີ່ນັ່ງ ແລະ ປະຊາທິປະໄຕ 20 ທີ່ນັ່ງ.
ກ່າວຄຳເຫັນທີ່ການປະຊຸມຂ່າວໃນຕອນຄ່ຳວັນທີ 08 ກຸມພາ, ທ່ານ Anutin Charnvirakul, ນາຍົກລັດຖະມົນຕີຊົ່ວຄາວ, ທັງຮັບຜິດຊອບການນຳພັກພູມໃຈ ໄທ, ເນັ້ນໜັກວ່າ:
“ໄຊຊະນະໃນມື້ນີ້ແມ່ນຂຶ້ນກັບປະຊາຊົນ ໄທ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາບໍລິຫານປະເທດຊາດດ້ວຍຈິດໃຈຂະຫຍັນພຽນ, ສຸດຈິດສຸດໃຈ, ຢຶດໝັ້ນປົກປ້ອງລະບອບພະລາຊະວົງລັດຖະທຳມະນູນ ແລະ ຖືຜົນປະໂຫຍດຂອງປະຊາຊົນເປັນໄມ້ຊີ້ທິດ.”




