logo

ໝາ​ກ​ຜົນ​ທີ່​ເປັນ​ໜ້າສົນ​ໃຈ​ຈາກ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດງານ​ ຢູ່​ອາ​ຊີ ຂອງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

2025/10/31 | 07:57:12
(VOVWORLD) - ໂດຍໄດ້ດຳເນີນໃນລະຫວ່າງວັນທີ 26 – 30 ຕຸລາ, ການເດີນທາງໄປປະຕິບັດງານຢູ່ ອາຊີ ຄັ້ງທຳອິດ ໃນອາຍຸການທີ 2 ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ບັນລຸໄດ້ໝາກຜົນຫຼາຍຢ່າງທີ່ເປັນໜ້າສົນໃຈ, ເຮັດໃຫ້ ບັນດາບຸລິມະສິດທາງການຕ່າງປະເທດໃໝ່ຂອງອຳນາດການປົກຄອງອາເມລິກາ ໃນໄລຍະຈະມາເຖິງພົ້ນເດັ່ນຂຶ້ນ0

ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: REUTERS/Evelyn Hockstein)

ການເດີນທາງໄປປະຕິບັດງານຢູ່ອາຊີ ຂອງທ່ານ Donald Trump ເລີ່ມຕົ້ນດ້ວຍບັນດາການເຄື່ອນໄຫວຢູ່ ມາເລເຊຍເນື່ອງໃນໂອກາດ ກອງປະຊຸມສຸດຍອດຄັ້ງທີ 47 ຂອງ ອາຊຽນ ແລະ ສິ້ນສຸດທີ່ການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່ ສ.ເກົາຫລີ ໃນວັນທີ 30 ຕຸລາ.

ທິດທາງຮ່ວມມືໃໝ່ໃຫ້ແກ່ການພົວພັນ ອາເມລິກາ - ຈີນ

ໂດຍແມ່ນຈຸດສຸມຂອງການເດີນທາງໄປປະຕິບັດງານຢູ່ອາຊີ ຂອງທ່ານປະທານາທິບໍດີ ອາເມລິກາ, ພ້ອມທັງກໍ່ໄດ້ຮັບການຕີລາຄາວ່າແມ່ນການພົບປະສຳຄັນທີ່ສຸດໃນໂລກໃນປີນີ້, ເຫດການທ່ານ ປະທານນາທິບໍດີ Donald Trump ແລະ ທ່ານປະທານປະເທດ ຈີນ ສິຈິ້ນຜິງ ພົບປະກັນແບບເຊິ່ງໜ້າຢູ່ ບູຊານ, ສ.ເກົາຫຼີ ໄດ້ນຳມາເຊິ່ງໝາກຜົນທີ່ເປັນໜ້າສົນໃຈຫຼາຍຢ່າງ. ພາຍຫຼັງການປຶກສາຫາລືມາເປັນເວລາ 2 ຊົ່ວໂມງ, ບັນດາການນຳອາເມລິກາ ແລະ ຈີນ ໄດ້ເຫັນດີເປັນເອກະພາບຕໍ່ກອບຂໍ້ຕົກລົງບັນລຸໄດ້ກ່ອນນັ້ນ 2 – 3 ວັນທີ່ຮອບເຈລະຈາຢູ່ Kuala Lumpur (ມາເລເຊຍ). ຕາມນັ້ນແລ້ວ, ອາເມລິກາ ຈະຍົກເລີກອັດຕາພາສີ 10% ສຳລັບ “fentanyl” ທີ່ຈັດວາງໃສ່ສິນຄ້າ ຈີນ (ລວມມີສິນຄ້າຈາກ ຮົງກົງ ແລະ ມາເກົາ)  ແລະ ອັດຕາພາສີສົມທົບ 24% ສຳລັບສິນຄ້າ ຈີນ (ລວມມີສິນຄ້າຈາກຮົງກົງ ແລະ ມາເກົາ) ຈະສືບຕໍ່ໂຈະການປະຕິບັດຕື່ມອີກໜຶ່ງປີ. ສຳລັບຈີນ ຈະປັບປຸງບັນດາມາດຕະການຮັບມືກັບຕໍ່ລະດັບພາສີດັ່ງກ່າວຂອງ ອາເມລິກາ ໃຫ້ເໝາະສົມ, ທັງສອງຝ່າຍໄດ້ເຫັນດີຕໍ່ກຳນົດເວລາການຍົກເວັ້ນພາສີອາກອນຈຳນວນໜຶ່ງ… ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ບັນດາສິ່ງທີ່ບັນລຸໄດ້ພາຍຫລັງ ການພົບປະກັບທ່ານປະທານປະເທດ ຈີນ ສິຈິ້ນຜິງແມ່ນດີທີ່ສຸດ, ບັນລຸໄດ້ 12 ໃນ 10 ຄະແນນ. ທ່ານໃຫ້ຮູ້ວ່າ:

ຂ້າພະເຈົ້າຄິດວ່າອີກບໍ່ດົນ ພວກຂ້າພະເຈົ້າຈະບໍ່ປະສົບກັບສິ່ງກີດຂວາງໃຫຍ່ຫຼາຍປານໃດອີກ. ພວກຂ້າພະເຈົ້າ ສາມາດບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ. ແຕ່ລະປີພວກຂ້າພະເຈົ້າຈະເຈລະຈາຕົກລົງຄືນໃໝ່ ແຕ່ຂ້າພະເຈົ້າຄິດວ່າຂໍ້ຕົກລົງສະບັບນີ້ຈະແກ່ຍາວ, ຫຼາຍກ່ວາໜຶ່ງປີ. ທຸກບັນຫາກ່ຽວກັບແຮ່ທາດດິນປະເສີດ ລ້ວນແຕ່ໄດ້ຮປຶກສາຫາລື ແລະ ສິ່ງນີ້ມີຄວາມຕັ້ງໜ້າໃຫ້ແກ່ທົ່ວໂລກ, ຍ້ອນວ່ານີ້ບໍ່ພຽງແຕ່ແມ່ນກໍລະນີຂອງສະເພາະປະເທດອາເມລິກາ ເທົ່ານັ້ນ ຫາກຍັງຂອງທົ່ວໂລກອີກດ້ວຍ.

ທ່ານ ປະທານນາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສິຈິ້ນຜິງ
(ພາບ: REUTERS/Evelyn Hockstein)

ສິ່ງທີ່ເປັນໜ້າສົນໃຈ, ຕາມທ່ານ Donald Trump ແມ່ນ ເລື່ອງອາເມລິກາ ແລະ ຈີນ ກໍ່ໄດ້ເຫັນດີເປັນເອກະພາບຈະສົມທົບກັນແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ນີ້ແມ່ນການກະທຳທາງການຕ່າງປະເທດລວມຄັ້ງທຳອິດຂອງສອງຝ່າຍ ຕໍ່ກັບການປະທະກັນນີ້. ຕາມວົງການນັກສັງເກດການແລ້ວ, ເຖິງວ່າຍັງບໍ່ແມ່ນຂໍ້ຕົກລົງຮອບດ້ານແຕ່ການພົບປະສຸດຍອດ ອາເມລິກາ - ຈີນ ໄດ້ສະແດງໃຫ້ເຫັນຫຼາຍສັນຍານ ທີ່ຕັ້ງໜ້າ, ສ່ອງແສງເລື່ອງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ລ້ວນແຕ່ຢາກມີການພົວພັນທີ່ເປັນປົກກະຕິກ່ວາການສູ້ຢັນກັນ.  ທ່ານສາດສະດາຈານ  ວິທະຍາສາດການເມືອງ ຂອງມະຫາວິທະຍາໄລ ແຫ່ງຊາດ ສິງກະໂປ Chong Ja Ian ໃຫ້ຂໍ້ສັງເກດວ່າ:

ຂ້າພະເຈົ້າຄິດວ່ານີ້ບໍ່ແມ່ນການຢຸດຕິຊົ່ວຄາວຍຸດທະສາດ. ການພົວພັນ ອາເມລິກາ - ຈີນມີການຂຶ້ນໆລົງໆແຕ່ຊຸມປີ 2010 ມາຮອດປັດຈຸບັນ ແຕ່ທຸກສິ່ງທຸກຢ່າງເບິ່ງຄືວ່າພວມເດີນໄປຕາມທິດຕັ້ງໜ້າ. ມັນອາດສາມາດປ່ຽນແປງໃນອະນາຄົດໃກ້ໆນີ້ ຫຼືບໍ່ ແມ່ນຍັງບໍ່ທັນມີຜູ້ໃດຮູ້, ແຕ່ນີ້ແມ່ນທິດທາງຂອງການພົວພັນ ອາເມລິກາ - ຈີນ.

ປັບປຸງບັນດາພັດທະມິດຄວາມໝັ້ນຄົງ

ໄປຄຽງຄູ່ກັບບັນດາຂໍ້ຕົກລົງທີ່ບັນລຸໄດ້ກັບຈີນ ກ່ຽວກັບການຄ້າ, ການເດີນທາງໄປປະຕິບັດງານຢູ່ອາຊີຂອງທ່ານ Donald Trump ກໍ່ບັນລຸໄດ້ໝາກຜົນທີ່ເປັນໜ້າສົນໃຈຫຼາຍຢ່າງກ່ຽວກັບການຕ່າງປະເທດ ແລະ ຄວາມໝັ້ນຄົງ. ຢູ່ມາເລເຊຍ, ທ່ານປະທານາທິບໍດີ ອາເມລິກາ Donald Trump ພ້ອມກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເປັນປະທານຮ່ວມພິທີລົງນາມຖະແຫຼງການຮ່ວມກ່ຽວກັບຂໍ້ຕົກລົງສັນຕິພາບລະຫວ່າງ ໄທ ແລະ ກຳປູເຈຍ, ສ້າງຂີດໝາຍບາດກ້າວເດີນທາງການ ມຸ່ງໄປເຖິງການຢຸດຕິການປະທະກັນ ແລະ ຟື້ນຟູສັນຕິພາບຢູ່ລຽບຕາມເຂດຊາຍແດນທີ່ມີການຂັດແຍ້ງກັນລະຫວ່າງສອງປະເທດ ພາຍຫຼັງການປະທະກັນປະກອບອາວຸດໃນລະດູແລ້ງຜ່ານມາ.

ຖັດຈາກນັ້ນ, ການເດີນທາງໄປປະຕິບັດງານຢູ່ ຍີ່ປຸ່ນ (ໃນວັນທີ 28 ຕຸລາ) ແລະ ບັນດາການປຶກສາຫາລືພ້ອມກັບທ່ານນາງ Sanae Takaichi ນາຍົກລັດຖະມົນຕີຍີ່ປຸ່ນ ຄົນໃໝ່ ກໍ່ໄດ້ຊ່ວຍອຳນາດການປົກຄອງຂອງທ່ານ Donald Trump ປັບປຸງໄດ້ບົດບາດນຳພາໃນສຳພັນທະມິດ ອາເມລິກາ - ຍີ່ປຸ່ນ ເມື່ອສອງຝ່າຍອອກຖະແຫຼງການ ເປີດ “ສັງກາດທອງຄຳ” ຂອງການພົວພັນສອງຝ່າຍຜ່ານບັນດາຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ ແລະ ເສດຖະກິດ. ກ່ຽວກັບຄວາມໝັ້ນຄົງ, ລັດຖະບານຊຸດໃໝ່ຢູ່ຍີ່ປຸ່ນ ກໍ່ໃຫ້ຄຳໝັ້ນສັນຍາ ຈະຍົກລະດັບການໃຊ້ຈ່າຍດ້ານປ້ອງກັນຊາດຂອງ ຍີ່ປຸ່ນ ຕາມຄວາມຮຽກຮ້ອງຕ້ອງການຂອງ ອາເມລິກາ ຂຶ້ນລະດັບ2% GDP ໃນເດືອນ ມີນາ 2026, ໄວກ່ວາ 2 ປີເມື່ອທຽບໃສ່ກັບເປົ້າໝາຍເບື້ອງຕົ້ນແມ່ນປີການເງິນ 2027. ທ່ານ Steven Nagyສາດສະດາຈານກ່ຽວກັບການເມືອງ ແລະ ຄົ້ນຄ້ວາສາກົນ ຢູ່ມະຫາວິທະຍາໄລ ຄຼິດຕຽນ ສາກົນ (ຍີ່ປຸ່ນ) ໃຫ້ຂໍ້ສັງເກດວ່າ:

ຂ້າພະເຈົ້າຄິດວ່າ ອາເມລິກາ ແລະ ຍີ່ປຸ່ນ ເຊື່ອມຕໍ່ນຳກັນກ່ຽວກັບການປ້ອງກັນຄວາມໝັ້ນຄົງດ້ານເສດຖະກິດ, ໝາຍຄວາມວ່າຫັນລະບົບສະໜອງເປັນຫຼາຍຮູບແບບ, ການຮັບມືກັບບັນດາລະບົບສະໜອງເຄິ່ງຊັກນຳໄຟຟ້າປ່ຽນແທນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານເປັນຫຼາຍຮູບຫຼາຍແບບ ແລະ ກ່ຽວກັບສັງລວມແມ່ນຫຼຸດຜ່ອນບັນດາຄວາມສ່ຽງ ກາຍເປັນສ່ວນໜຶ່ງໃນເຄືອຂ່າຍຜະລິດຂອງຈີນ.

ສ່ວນໃນການພົວພັນກັບປະເທດ ສ.ເກົາຫຼີ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ໄດ້ພ້ອມກັບທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ປະຕິບັດສຳເລັດຂໍ້ຕົກລົງທາງການຄ້າເບື້ອງຕົ້ນ, ຕາມນັ້ນແລ້ວ ອາເມລິກາ ຮັກສາອັດຕາພາສີສົມທົບ ຕໍ່ສ.ເກົາຫຼີຢູ່ລະດັບ 15%, ຫຼຸດຜ່ອນອັດຕາພາສີສຳລັບລົດໂອໂຕ ແລະ ເຄື່ອງອາໄຫຼ່ໂອໂຕແຕ່ 25%ລົງເຫຼືອ 15%. ສຳລັບ, ສ.ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາ ລົງທຶນ 350 ຕື້ USD ເຂົ້າອາເມລິກາ, ໃນນັ້ນ, ມີເງິນສົດ 200 ຕື້ USD ແລະ 150ຕື້ USD ໄດ້ລົງທຶນໃຫ້ແກ່ການຮ່ວມມືໃນຂະແໜງຕໍ່ກຳປັ່ນ. ນີ້ໄດ້ຮັບຖືວ່າແມ່ນໄຊຊະນະ ສຳລັບອຳນາດການປົກຄອງ ອາເມລິກາ ຍ້ອນວ່າກ່ອນນັ້ນ ສ.ເກົາຫຼີໄດ້ກ່າວເຕືອນເປັນຫຼາຍຄັ້ງວ່າ ປະເທດນີ້ບໍ່ສາມາດປະຕິບັດ ຄຳໝັ້ນສັນຍາລົງທຶນເງິນເປັນຈຳນວນ 350 ຕື້ USD ເຂົ້າ ອາເມລິກາໄດ້.

TAG
VOV/VOVworld/ອາ​ເມ​ລິ​ກາ/ຈີນ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ