(VOVWORLD) - ວັນທີ 10 ກັນຍາ, ທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ແລະ ທ່ານ Marco Rubio ຄູ່ຮ່ວມຕຳແໜ່ງ ອາເມລິກາ ໄດ້ດຳເນີນການໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນແກ້ໄຂບັນດາສິ່ງທ້າທາຍລວມທົ່ວໂລກ ໃນຖານະເປັນບັນດາປະເທດໃຫຍ່.
(VOVWORLD) - ວັນທີ 10 ກັນຍາ, ກອງປະຊຸມລັດຖະມົນຕີ ອາຊຽນ ຄັ້ງທີ 19 ກ່ຽວກັບອາດຊະຍາກຳຂ້າມຊາດ (AMMTC-19) ທີ່ຈັດກອງປະຊຸມເປັນກຸ່ມຢູ່ ມາເລເຊຍ, ໄດ້ຮັບຮອງເອົາແຜນການກະທຳກ່ຽວກັບການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ ໄລຍະ 2026 – 2035, ຄືເປັນຂອບເຂດເພື່ອແກ້ໄຂບັນດາສິ່ງທ້າທາຍກ່ຽວກັບອາດຊະຍາກຳຂ້າມຊາດ ໃນທົດສະວັດຈະມາເຖິງ.