(VOVWORLD) -ປີ 2021 ເຊິ່ງເປັນຂີດໝາຍໄລຍະທາງ 30 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງແຂວງ ບາເຣັຍ - ຫຫວຸງເຕົ່າ. ຊຸມປີທີ່ຜ່ານມາແຂວງ ບາເຣັຍ - ຫວຸງເຕົ່າ ຍາມໃດກໍ່ຮັກສາການພັດທະນາ, ຢັ້ງຢືນບົດບາດເປັນຂົງເຂດເຕີບໂຕທີ່ສຳຄັນຂອງທົ່ວປະເທດ. ໃນໄລຍະພັດທະນາໃໝ່,ບາເຣັຍ - ຫວຸງເຕົ່າ ສືບຕໍ່ກຳນົດທິດ ກາຍເປັນແຂວງທີ່ເຂັ້ມແຂງທາງດ້ານອຸດສາຫະກຳ, ທ່າກຳປັ່ນທະເລ, ທ່ອງທ່ຽວ ແລະ ກະສິກຳເຕັກໂນໂລຊີສູງ ສູ້ຊົນຮອດປີ 2025 ກາຍເປັນທ້ອງຖິ່ນຢືນຢູ່ແຖວໜ້າໃນທົ່ວປະເທດ ກ່ຽວກັບດັດຊະນີຍອດຜະລິດຕະພັນພາຍໃນບໍລິເວນ (GRDP).