ທັດສະນີຍະພາບໝູ່ບ້ານທ່ອງທ່ຽວຊຸມຊົນຫິວລຽນ |
ຫິວລຽນ ນອນຢູ່ແກນກາງຂອງເຂດອະນຸລັກທຳມະຊາດ ຫິວລຽນ ໃນແຂວງ ລ້າງເຊີນ ແຫ່ງທີ່ຍັງເກັບຮັກສາລະບົບນິເວດປ່າດົງດິບ ພ້ອມກັບສັດພຶກສາຊາດທີ່ມີຄ່າຫາຍາກຫຼາຍປະເພດ. ພ້ອມກັບທັດຊະນີຍະພາບ ທິວທັດທຳມະຊາດ, ຢູ່ແຫ່ງນີ້ຍັງແມ່ນເຂດດິນແດນເຕັມໄປດ້ວຍສີສັນວັດທະນະທຳ ດ້ວຍບັນດາງານບຸນປະເພນີ, ສິລະປະຂັບລຳທຳເພງ ແລະ ດົນຕີທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າ. ຍ້ອນການປະສານເຂົ້າກັນ ລະຫວ່າງທຳມະຊາດ ແລະ ວັດທະນະທຳ ໄດ້ສ້າງຄວາມດູດດື່ມເປັນເອກະລັກສະເພາະໃຫ້ດິນແດນແຫ່ງນີ້.
ໃນຊຸມປີມໍ່ໆມານີ້ ຫິວລຽນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນຢ່າງຫຼວງຫຼາຍ. ແຂກທ່ອງທ່ຽວບໍ່ໜ້ອຍ ໄດ້ຊອກຫາມານີ້ ເພື່ອຄົ້ນຫາຊີວິດຂອງຊາວທ້ອງຖິ່ນ, ຍ່າງຄົ້ນຫາຂ້າມປ່າ, ລົງປັກດຳເຂົ້າຕົວຈິງພ້ອມກັບຊາວກະສິກອນ, ປີນພູທຳມະຊາດ ຫຼື ໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດຢູ່ເຂດບ້ານນາພູສູງ, ອ້າຍ ໂຣບີນ ແລະ ນາງ ລາດາ ແຂກທ່ອງທ່ຽວມາຈາກອາເມລິກາເປີດເຜີຍວ່າ:
“ຂ້າພະເຈົ້າໄດ້ໄປຫຼາຍແຫ່ງຢູ່ ຫວຽດນາມ ແລ້ວ ແຕ່ ຫິວລຽນ ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ສຶກຕ່າງຫາກ. ທຳມະຊາດຮົກເຮື້ອ, ປະຊາຊົນມີຈິດໃຈຮັກແພງແຂກ ແລະ ວັດທະນະທຳທ້ອງຖິ່ນໄດ້ຮັບການຮັກສາເປັນຢ່າງດີ. ຂ້າພະເຈົ້າຊົມຊອບ ໂຮມສະເຕຢູ່ທີ່ນີ້ ພ້ອມທັງໄດ້ຊີມບັນດາເຍື່ອງອາຫານທ້ອງຖິ່ນ ແລະ ໄດ້ຮັບຟັງການເລົ່າເລື່ອງກ່ຽວກັບດິນແດນແຫ່ງນີ້”.
“ຂ້າພະເຈົ້າໄດ້ຖີບລົດອ້ອມເຂດນີ້ເປັນເວລາມື້ໜຶ່ງ. ຢູ່ທີ່ນີ້ພູໂອບອ້ອມໝູ່ບ້ານຄືດັ່ງໃນເລື່ອງນິທານ”.
ທ່ອງທ່ຽວຊຸມຊົນຢູ່ ຫິວລຽນ ໄດ້ເລີ່ມປາກົດຂຶ້ນເປັນຮູບປະທຳ. ໃນຊຸມປີມໍ່ໆມານີ້ ຂະນະທີ່ບາງຄອບຄົວໄດ້ກ້າຫານບູລະນະສ້ອມແປງເຮືອນຮ້ານກາຍເປັນໂຮມສະເຕ ເພື່ອຕ້ອນຮັບແຂກທ່ອງທ່ຽວ. ອ້າຍ ໂງເອິດໝາວ ເຈົ້າຂອງໂຮມສະເຕຢູ່ ຫິວລຽນ ໃນແຂວງ ລ້າງເຊີນໃຫ້ຮູ້ວ່າ:
“ບໍ່ພຽງແຕ່ມີແຂກທ່ອງທ່ຽວຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງມີແຂກທ່ອງທ່ຽວຕ່າງປະເທດໄດ້ມາພັກເຊົາຢູ່ໂຮມສະເເຕຂອງຄອບຄົວຂ້າພະເຈົ້າກໍ່ຄືໂຮມສະເຕອື່ນໆຢູ່ທ້ອງຖິ່ນ ເຂົາເຈົ້າຮູ້ສຶກເຖິງອາກາດປອດໂປ່ງຢູ່ເຂດບ້ານນາທີ່ລຽບງ່າຍນີ້. ທີສອງເຂົາເຈົ້າໄດ້ເຊື່ອມຕົວເຂົ້າກັບວັດທະນະທຳອາຫານການກິນຢູ່ທ້ອງຖິ່ນ. ທີສາມ ໄດ້ປີນພູ, ເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ເຂດບ້ານນາ”.
ຕາມອຳນາດການປົກຄອງທ້ອງຖິ່ນແລ້ວ ການພັດທະນາການທ່ອງທ່ຽວຢູ່ ຫິວລຽນ ຍາມໃດກໍ່ຕິດພັນກັບເປົ້າໝາຍອະນຸລັກຄຸນຄ່າທຳມະຊາດ ແລະ ວັດທະນະທຳບໍ່ເປັນວັດຖຸໃນບໍລິເວນຕາແສງ. ນີ້ໄດ້ຮັບຖືວ່າ ແມ່ນທິດກ້າວເດີນທີ່ສຳຄັນເພື່ອຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ທັງເປັນການຮັກສາຄຸນຄ່າມໍລະດົກຂອງທ້ອງຖິ່ນ. ທ່ານ ຮວ່າງມິງຕ໊ຽນ ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຫິວລຽນ ແຂວງ ລ້າງເຊີນ ໃຫ້ຮູ້ວ່າ:
“ປັດຈຸບັນພວກຂ້າພະເຈົ້າພວມເສີມຂະຫຍາຍຄຸນຄ່າວັດທະນະທຳຂອງວົງຄະນາຍາດເຜົ່າຢ້າວ, ພວກຂ້າພະເຈົ້ົ້າໄດ້ສ້າງຕັ້ງ 6 ໜ່ວຍສິລະປະວັນນະຄະດີ. ທີໜຶ່ງ ແມ່ນໜ່ວຍສິລະປະວັນນະຄະດີຊຸມຊົນ, ທີສອງ ແມ່ນໜ່ວຍທ່ອງທ່ຽວຊຸມຊົນ. ທີສາມ ແມ່ນໜ່ວຍຂັບແທນ ພິນຕິ໊ງ ເພື່ອໂຄສະນາວັດທະນະທຳໃຫ້ແກ່ແຂກທ່ອງທ່ຽວ. ນອກຈາກນັ້ນພວກຂ້າພະເຈົ້າກໍ່ກຳນົດທິດໃຫ້ບັນດາໂຮມສະເຕສົມທົບກັບບັນດາກອງສິລະປະວັນນະຄະດີ ເພື່ອຮັກສາເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ເປັນວັດຖຸຂອງໝູ່ບ້ານ”.
ໃນທ່າມກາງການພັດທະນາຢ່າງວ່ອງໄວຂອງສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ໝູ່ບ້ານທ່ອງທ່ຽວຊຸມຊົນ ຫິວລຽນ ໃນແຂວງ ລ້າງເຊີນ ຍັງຄົງສາມາດຮັກສາຄວາມລຽບງ່າຍ ຄວາມສະຫງົບສຸກ. ຍ້ອນສິ່ງນີ້ເອງໄດ້ກາຍເປັນກຳລັງດຶງດູດໃຈແຂກທ່ອງທ່ຽວເປັນພິເສດ. ການອະນຸລັກມໍລະດົກບໍ່ພຽງແຕ່ເປັນການຮັກສາອະດີດຕະການເທົ່ານັ້ນ ຫາກຍັງແມ່ນວິທີເພື່ອໄຂອອກສູ່ອະນາຄົດອີກດ້ວຍ. ດ້ວຍທິດກ້າວເດີນຜູກມັດລະຫວ່າງວົງຄະນາຍາດ ແລະ ວັດທະນະທຳນັ້ນ, ຫິວລຽນ ພວມຢັ້ງຢືນທີ່ຕັ້ງບົດບາດຂອງຕົນໃນແຜນທີ່ທ່ອງທ່ຽວທຳມະຊາດ ແລະ ທ່ອງທ່ຽວຊຸມຊົນຢູ່ເຂດທາງທິດຕາເວັນອອກພາກເໜືອ ຫວຽດນາມ.




