ແຂກທ່ອງທ່ຽວມາທ່ຽວພູບ່າແດນນັບມື້ນັບຫຼາຍຂຶ້ນ |
ການທ່ອງທ່ຽວກະສິກຳຢູ່ອ້ອມຕີນພູ ບ່າແດນ ໄດ້ເລີ່ມຈາກບັນດານິຄົມກະເສດຂະໜາດນ້ອຍຂອງຊາວທ້ອງຖິ່ນ. ກ່ອນໜ້ານີ້ມີຫຼາຍຄອບຄົວໄດ້ປູກ ແລະ ຂາຍຜະລິດຕະພັນກະເສດຫຼາຍຊະນິດເປັນຕົ້ນຕໍຄື ໝາກແຕງ, ໝາກລະງຸ່ມ, ໝາກພ້າວ ຫຼື ຜັກປອດສານພິດຕາມລະດູ. ໃນຊຸມປີມໍ່ໆມານີ້ ຂະນະທີ່ຈຳນວນແຂກທ່ອງທ່ຽວໄດ້ມາທ່ຽວຢູ່ພູ ບ່າແດນ ນັບມື້ນັບຫຼາຍຂຶ້ນ, ເຮືອນສວນບາງແຫ່ງ ໄດ້ກ້າຫານສົມທົບການຜະລິດ ກັບການບໍລະການທ່ຽວຊົມຄົ້ນຫາ. ໜຶ່ງໃນບັນດາຮູບແບບທີ່ດີເດັ່ນ ແມ່ນສວນໝາກພ້າວມີເນື້ອທີ່ 1,2 ເຮັກຕາ ຂອງອ້າຍ ຫງວຽນແທັງຫວູ ຢູ່ຕາແສງ ບິ່ງມິງ. ເຂດສວນຖືກປະຕິບັດຕາມທິດຊີວະແບບຍືນຍົງ ແລະ ຄ່ອຍໆກາຍເປັນສະຖານທີ່ຢ້ຽມຊົມທຳມະຊາດ. ອ້າຍ ຫງວຽນແທັງຫວູ ເປີດເຜີຍວ່າ:
“ນີ້ແມ່ນທ່າໄດ້ປຽບສຳລັບສວນໝາກໄມ້ຢູ່ອ້ອມພູ. ປັດຈຸບັນສວນໄດ້ຮັບໝາກຜົນຈາກທ່າໄດ້ປຽບ ແມ່ນສະຖານທີ່ທ່ອງທ່ຽວພູ ບ່າແດນ. ເຖິງວ່າສວນຍັງບໍ່ທັນມີຕົ້ນໄມ້ຫຼາຍກໍ່ຕາມ ແຕ່ໃນອະນາຄົດຂະນະທີ່ຊາວກະສິກອນຫຼາຍຄົນເຮັດຕາມຮູບແບບນີ້ ຈະສ້າງເປັນແຫຼ່ງວັດຖຸດິບໃຫຍ່ດຶງດູດແຂກທ່ອງທ່ຽວໃຫ້ດີກວ່າເກົ່າ”.
ມີສະຫະກອນ ແລະ ເຮືອນສວນອື່ນໆອີກຫຼາຍແຫ່ງກໍ່ໄດ້ເລີ່ມຫັນທິດຈາກສຸມໃສ່ຜະລິດ ແລະ ຂາຍຜະລິດຕະພັນກະເສດໄປສູ່ການສົມທົບເປີດປະຕູສວນ ເພື່ອຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມຄົ້ນຫາ ແລະ ຊື້ຜະລິດຕະພັນຢູ່ກັບທີ່. ທ່ານ ເລມິງຈຸງ ປະທານສະພາບໍລິຫານສະຫະກອນການບໍລິການກະສິກຳ ມິງຈຸງ ໃຫ້ຮູ້ວ່າ:
“ໝາກຜົນເລີ່ມຕົ້ນແມ່ນຄວາມເອກອ້າງທະນົງໃຈກ່ຽວກັບຜະລິດຕະພັນກະເສດ ດັ່ງນັ້ນເຮົາກໍ່ໄດ້ເອົາໃຈໃສ່ເຮັດຢ່າງສຸດຂີດ. ເມື່ອເຮັດກະສິກຳສະອາດ ເຮົາກໍ່ຢາກໃຫ້ແຂກທ່ອງທ່ຽວມາຮອດບ່ອນ ເພື່ອຮູ້ສຶກໄດ້ເຖິງສະພາບຕົວຈິງ ກ່ຽວກັບຂັ້ນຕອນການຜະລິດສີຂຽວຂອງຊາວກະສິກອນ, ຈາກນັ້ນຈຶ່ງເຊື່ອມຕໍ່ກັບບັນດາເຮືອນສວນ ແລະ ວິສາຫະກິດທ່ອງທ່ຽວອື່ນໆທີ່ມີແນວຄວາມຄິດດຽວກັນ ເພື່ອພ້ອມກັນສ້າງບັນດາສະຖານທີ່ທ່ອງທ່ຽວຄົ້ນຫາກະສິກຳຢູ່ອ້ອມບໍລິເວນນີ້”.
ດ້ວຍເສັ້ນລັດສະໜີປະມານ 10 ກິໂລແມັດ ອ້ອມພູ ບ່າແດນ ໄດ້ປາກົດມີຫຼາຍຮູບແບບກະສິກຳສະອາດ. ທັດຊະນີຍະພາບທົ່ງໄຮ່ທົ່ງນາ, ນິຄົມກະເສດໃນທ່າມກາງພູຜາປ່າໄມ້ ໄດ້ສ້າງເຂດທ່ອງທ່ຽວຄົ້ນຫາໃກ້ຊິດກັບທຳມະຊາດ ແລະ ແທດເໝາະທີ່ສຸດ ເພື່ອພັດທະນາລາຍການທ່ອງທ່ຽວຢ້ຽມຊົມຄົ້ນຫາກະສິກຳ ແລະ ທຳມະຊາດ. ນາງ ເລທິຍືແອັວງ ຮອງຫົວໜ້າບໍລິສັດທ່ອງທ່ຽວ ເຮືອງແຊນຫວຽດ ໃຫ້ຮູ້ວ່າ:
“ກ່ອນໜ້ານີ້, ເຂົາເຈົ້າເຄີຍເວົ້າວ່າ ທ່ອງທ່ຽວ ເຕິຍນິງ ພຽງແຕ່ຟົດຟື້ນໃນເດືອນຈຽງເທົ່ານັ້ນ. ສິ່ງນີ້ຕິດພັນກັບປະເພນີໄປນະມັດສະການຢູ່ພູ ບ່າແດນ ແລະ ຢ້ຽມຊົມທັດສະນະສຶກສາສຳນັກ ກາວດ່າຍ ຕົ້ນຕໍແມ່ນກ່ຽວກັບຈິດວິນຍານ. ແຕ່ນີ້ແມ່ນເລື່ອງລາວຂອງໄລຍະກ່ອນປີ 2020, ຂະນະທີ່ເຂດທ່ອງທ່ຽວລະດັບຊາດພູ ບ່າແດນ ຍັງບໍ່ທັນໄດ້ຮັບການລົງທຶນຂຸດຄົ້ນເທື່ອ. ນັບແຕ່ເວລາກຸ່ມບໍລິສັດ ຊັນກຣຸບ ລົງທຶນພັດທະນາເຂດທ່ອງທ່ຽວນີ້, ການທ່ອງທ່ຽວແຂວງ ເຕິຍນິງ ໄດ້ມີບາດກ້າວປ່ຽນແປງຢ່າງໃຫຍ່ຫຼວງ. ຈຳນວນແຂກທ່ອງທ່ຽວໄດ້ເພີ່ມຂຶ້ນໃນແຕ່ລະປີ”.
ທ່ານ ໂງເຈິ່ນຫງອກກວັກ ປະທານສະຫະສະມາຄົມທ່ອງທ່ຽວແຂວງ ເຕິຍນິງ ໃຫ້ຮູ້ວ່າ: ເພື່ອພັດທະນາແບບຍືນຍົງ, ເຕິຍນິງ ຄວນວາງແຜນຜັງເຂດທ່ອງທ່ຽວກະສິກຳຢູ່ອ້ອມຕີນພູໂດຍໄວ, ສ້າງບັນດາກຸ່ມນິຄົມກະເສດ, ສວນຕົ້ນໄມ້, ເຂດຊີວະເຊື່ອມຕໍ່ກັນກາຍເປັນກຸ່ມສະຖານທີ່ທ່ອງທ່ຽວ. ທ່ານ ກວັກ ໃຫ້ຮູ້ວ່າ:
“ກ່ຽວກັບການສົ່ງເສີມ ແລະ ໂຄສະນາ, ຂ້າພະເຈົ້າສະເໜີໃຫ້ແຂວງ ເພີ່ມທະວີການໂຄສະນາຮູບພາບທ່ອງທ່ຽວ ຜ່ານລະບົບດີຈີຕອນ, ສື່ສັງຄົມ ແລະ ບັນດາຊ່ອງໂທລະພາບແຫ່ງຊາດ ແລະ ສາກົນ”.
ຂະນະທີ່ການທ່ອງທ່ຽວຈິດວິນຍານສົມທົບກັບການຄົ້ນຫາກະສິກຳ, ບໍລິເວນອ້ອມພູ ບ່າແດນ ບໍ່ພຽງແຕ່ແມ່ນສະຖານທີ່ນະມັດສະການທີ່ລື້ງເຄີຍເທົ່ານັ້ນ ຫາກຍັງກາຍເປັນເຂດທ່ອງທ່ຽວຄົ້ນຫາທຳມະຊາດ ແລະ ຊີວິດຢູ່ຊົນນະບົດ. ບັນດາລາຍການທ່ອງທ່ຽວຢູ່ຕາມນິຄົມກະເສດສະອາດພວມເປີດທິດພັດທະນາໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວ ເຕິຍນິງ ປະກອບສ່ວນສ້າງຜະລິດຕະພັນ ແລະ ດຶງດູດແຂກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ.




