(VOVWORLD) -ດ້ວຍທິວທັດທຳມະຊາດພຽງແຕ່ໜຶ່ງບໍ່ມີສອງ ແລະ ມີນົກຍາງນັບໝື່ນໂຕບິນເຕັມທ້ອງຟ້າໃນຍາມດວງຕາເວັນອອກ ຫຼື ໃນຍາມດວງຕາເວັນຕົກດິນ, ເກາະນົກຍາງຈີລັງນາມ, ທີ່ຕາແສງຈີລັງນາມ, ເມືອງ ແທັງມຽນ, ແຂວງ ຫາຍເຢືອງ ນອນຢູ່ໃນທາມກາງເຂດບ້ານນາແຫ່ງສະຫງົບສຸກ. ບັນດາແຖວກົກໄມ້ໄຜ່ຂຽວອຸ່ມທຸ່ມ, ໄດ້ການເປັນຮັງນົກນາໆຊະນິດ ພ້ອມກັບສະພາບແວດລ້ອມທີ່ຮົກເຮື້ອ, ດູດດື່ມພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ເປັນໜ້າຈັບໃຈຂອງແຂກທ່ອງທ່ຽວທັງຫຼາຍ