ຖ້າຫາກແຕ້ມແຜນທີ່ຫວຽດນາມ, ບ່ອນຕັ້ງຟອຍແຕ້ມທຳອິດນັ້ນແມ່ນແຫຼມຊາຫວີ ທີ່ຂຶ້ນກັບຕາແສງຈ່າໂກ, ນະຄອນມ໋ອງກ໋າຍ, ແຂວງກວາງນິງ. “ຊາ“ ໝາຍຄວາມວ່າຊາຍທະເລ, “ຫວີ“ ໝາຍຄວາມວ່າຫາງ. ເຂົາເຈົ້າເອີ້ນວ່າຊາຫວີ ເພາະວ່າແຕ່ລະເທື່ອເມື່ອນ້ຳທະເລລົດລົງ, ຈະເຫັນຫາດຊາຍທະເລທີ່ຍາວຢຽດປຽບເໝືອນຫາງມັງກອນພົ້ນເດັ່ນຂຶ້ນ