(VOVWORLD) -ວັນທີ 10 ກັນຍາ, ກອງປະຊຸມ ຮອງລັດຖະມົນຕີ ປ້ອງກັນປະເທດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 10 ໄດ້ດຳເນີນທີ່ນະຄອນ Nagoya ຂອງ ຍີ່ປຸ່ນ. ພົນໂທ ຫງວຽນ ຈິ໋ ວີ້ງ ກຳມະການສູນກາງພັກ, ກຳມະການຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.