(VOVWORLD) - ທີ່ພິທີມອບລາງວັນທີ່ຈັດຕັ້ງໃນທ້າຍເດືອນທັນວາ 2017, ໂດຍໄດ້ຜ່ານຜ່າຜູ້ເຂົ້າຮ່ວມການເສັງກ່ວາ 3 ລ້ານຄົນ, ເອື້ອຍຄູ ຟ້າມທິຮົ່ງຢວຽນ ມາຈາກໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນຢູ, ເມືອງ ຊອກເຊີນ, ຮ່າໂນ້ຍ ຍາດໄດ້ລາງວັນທີໜຶ່ງໃນການເສັງ “ຊອກຮູ້ການພົວພັນແບບພິເສດ ຫວຽດນາມ - ລາວ ຄັ້ງທີ 2” ໂດຍຄະນະໂຄສະນາສຶກສາສູນກາງຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ.