logo

29/07/2017
ນັກສຶກສາຮຽນພາສາໄທ - ພະແນກຄົ້ນຄ້ວາບັນດາປະເທດຝ່າຍຕາເວັນອອກ
(VOVWORLD) -“ການພົບປະແລກປ່ຽນກັບບັນດາມະຫາວິທະຍາໄລຂອງໄທ ຈະຊ່ວຍໃຫ້ນັກສຶກສາມີຄວາມເຊື່ອໝັ້ນຕົນເອງກວ່າ, ມີຄວາມກ້າວຫນ້າກວ່າກ່ຽວກັບດ້ານພາສາ ແລະ ຍິ່ງນິຍົມຂະແຫນງຊຶ່ງຕົນເອງເລືອກເຟັ້ນ”. ນັ້ນແມ່ນຄຳຢືນຢັນຂອງ ຮອງສາດສະດາຈານ. ປອ ຫງວຽນເຕືອງລາຍ - ຄູສອນສອນພາສາ ໄທຂອງ ພະແນກຄົ້ນຄ້ວາບັນດາປະເທດຝ່າຍຕາເວັນອອກ, ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ   ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃນການພົບປະ ແລກປ່ຽນວັດທະນະທຳກັບມະຫາວິທະຍາໄລ ຣາດຊະພັດ ວາໄລອະລົງກອນ, ການພົບປະແລກປ່ຽນນີ້ ແມ່ນຫນຶ່ງໃນບັນດາການເຄື່ອນໄຫວປະຈຳປີຂອງ ພະແນກ ເພື່ອຍົກສູງຄວາມເຂົ້າໃຈກ່ຽວກັບດ້ານພາສາ ແລະ ວັດທະນະທຳໄທ ໃຫ້ແກ່ບັນດາເພື່ອນນັກສຶກສາ.

28/07/2017
22 ປີ ຫວຽດນາມ ຮ່ວມເດີນທາງພ້ອມກັບບັນດາປະເທດໃນຊາຍຄາລວມ ອາຊຽນ
(VOVWORLD) - ວັນທີ 28 ກໍລະກົດ, ເປັນຂີດໝາຍ 22 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກຂອງສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). 22 ປີທີ່ຜ່ານມາ, ຍາມໃດ ຫວຽດນາມ ກໍ່ຖື ອາຊຽນ ແມ່ນພື້ນຖານ ແລະ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາບພົວພັນຕ່າງປະເທດຂອງ ຫວຽດນາມ ຢ່າງສະເໝີຕົ້ນສະເໝີປາຍເພື່ອ, ຮ່ວມມືແໜ້ນແຟ້ນພ້ອມກັບບັນດາປະເທດຊຸກຍູ້ການເຊື່ອມໂຍງເລິກເຊິ່ງ, ກ້ວາງຂວາງ, ສາມັກຄີ, ເປັນເອກະພາບພາຍໃນກຸ່ມ. 22 ປີຮ່ວມເດີນທາງພ້ອມກັບ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ ອາຊຽນ, ບັນດາຂີດໝາຍອັນດີງາມ, ບັນດາການປະກອບສ່ວນ, ບັນດາຂໍ້ລິເລີ່ມ ຂອງ ຫວຽດນາມ ໄດ້ສ້າງຂີດໝາຍຢ່າງຈະແຈ້ງໃນອາຊຽນ. ເນື່ອງໃນໂອກາດນີ້, ບັນນາທິການ ແອ໋ງຮ່ວຽນ, ນັກຂ່າວVOV ມີບົດຂຽນທົບທວນຄືນຂີດໝາຍຂອງ ຫວຽດນາມ ໃນ ອາຊຽນ ໃນໄລຍະ 22 ປີຜ່ານມາ.



23/07/2017
ງານວາງສະແດງພາບຖ່າຍກ່ຽວກັບອາຊຽນ ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈຂອງປະຊາຊົນກ່ຽວກັບປະຊາຄົມລວມ ອາຊຽນ
(VOVWORLD) -ແຕ່ວັນທີ 13-15 ກໍລະກົດຜ່ານມາ, ຢູ່ ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ໄດ້ດຳເນີນວັນບຸນ ອາຊຽນ 2017 ແມ່ນຫນຶ່ງໃນບັນດາການເຄື່ອນໄຫວມຸ້ງໄປເຖິງການສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. ຈຸດເດັ່ນຂອງວັນບຸນຄັ້ງນີ້ ແມ່ນງານວາງສະແດງບັນດາພາບຖ່າຍກ່ຽວກັບ ອາຊຽນ ຊື່ງໄດ້ວາງສະແດງຢູ່ບໍລິເວນລະບຽງອາຄານຫໍພິພິທະພັນ ອາຊີຕາເວັນອອກສ່ຽງໃຕ້. ມີພາບຖ່າຍກວ່າ 200 ແຜ່ນ ສ່ວນຫລາຍແມ່ນບັນດາພາບສີ ທີ່ຍາດໄດ້ລາງວັນສູງໃນງານມະໂຫລານສາກົນກ່ຽວກັບ ພາບຖ່າຍ ແລະ ຟີມສາລະຄະດີ- ເອກະສານກ່ຽວກັບ ອາຊຽນ ໄດ້ດຶງດູດແຂກມາຊົມເກືອບ 1000 ເທື່ອຄົນໃນຕະຫລອດ 3 ມື້ດຳເນີນວັນບຸນ. 


VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ