(VOVWORLD) -ປະຈຸບັນ ກະຊວງ ສຶກສາ ແລະ ບຳລຸງສ້າງ ໄດ້ນຳຕົວຫນັງສື ຂະແມ ເຂົ້າໃນຫລັກສູດຊັ້ນມັດທະຍົມ ຢູ່ ບັນດາເມືອງ, ແຂວງ, ນະຄອນ ທີ່ມີຊາວເຜົ່າ ຂະແມ ດຳລົງຊີວິດເປັນຈຳນວນຫລວງຫລາຍ. ຢູ່ ເມືອງ ນີງກຽວ, ຢູ່ໃຈກາງນະຄອນ ເກີນເທີ, ຈຳນວນ ຊາວເຜົ່າ ຂະແມ ດຳລົງຊີວິດບໍ່ຫລາຍປານໃດ ສະນັ້ນ ບັນດາໂຮງຮຽນມັດທະຍົມ ບໍ່ມີເງື່ອນໄຂຄົບຖ້ວນເພື່ອນຳ ຕົວຫນັງສື ຂະແມເຂົ້າຫລັກສູດ. ສະນັ້ນ ເມື່ອ ວັດ Mu Ni Rang Say ເປີດຫ້ອງຮຽນສອນຕົວຫນັງສື ຂະແມ, ມີຫລາຍຄອບຄົວຊາວເຜົ່າ ຂະແມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ນະຄອນ ເກີນເທີ ມີຄວາມປິຕິຊົມຊື່ນ ແລະ ສົ່ງລູກໄປຮຽນ.