(VOVWORLD) - ພາຍຫຼັງເຂົ້າເປັນສະມາຊິກທາງການຂອງ ອາຊຽນເປັນເວລາ 3 ເດືອນ, ຕີມໍແລັດສະເຕ ໄດ້ເຂົ້າຮ່ວມບັນດາກົນໄກຮ່ວມມືຂອງ ອາຊຽນ ຢ່າງເລິກ...
ປະຈຸບັນ, ການຫັນເປັນດີຈີຕອນແມ່ນທ່າອ່ຽງຈຳເປັນ ແລະ ຈະສືບຕໍ່ສ້າງອະນາຄົດຂອງທຸກໆເຂດພາກໃນໂລກໃຫ້ເປັນຮູບປະທຳ, ນັບທັງ ອາຊຽນ. ໄລຍະມໍ່ໆມານີ້, ອາຊຽນ ໄດ້ ແລະ ພວມຍູ້ແຮງການຮ່ວມມືພາຍໃນກຸ່ມ ກໍ່ຄືກັນບັນດາຄູ່ຮ່ວມມືໃນບັນຫາຫັນປ່ຽນ ແລະ ເຊື່ອມໂຍງເຕັກນິກດີຈີຕອນ. ນີ້ກໍ່ແມ່ນຫົວຂໍ້ທີ່ໄດ້ຮັບຫຼາຍຄຳເຫັນປະກອບຂອງບັນດາການນຳ, ນັກຊ່ຽວຊານ, ນັກຮຽນຮູ້ທີ່ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ໂດຍສະຖາບັນການຕ່າງປະເທດ ຫວຽດນາມ ຈັດຂຶ້ນຢູ່ຮ່າໂນ້ຍ ຫວ່າງແລ້ວນີ້.
ຫວ່າງແລ້ວນີ້, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ Chol Chnam Thmey ຂອງປະຊາຊົນ ກຳປູເຈຍ, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ສົມທົບກັບບັນດາວິສາຫະກິດ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ ກຳປູເຈຍ ແລະ ບາງອົງການອາສາສະໝັກຂອງ ຫວຽດນາມ ໄດ້ຈັດຫຼາຍການເຄື່ອນໄຫວກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຊາວເຊື້ອຊາດ ຫວຽດນາມ ແລະ ຂະແມ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບາງແຂວງໃນປະເທດ ກຳປູເຈຍ.