(VOVWORLD) - ເມື່ອເຕື້ອງເຖິງປະເທດກຳປູເຈຍ, ແຂກທ່ອງທ່ຽວສ່ວນຫຼາຍລ້ວນແຕ່ຄິດເຖິງປະເທດຂອງວັດວາອາຮາມ ດ້ວຍສັນຍາລັກທີ່ພົ້ນເດັ່ນແມ່ນ ວັດອັງກໍ (Angkor). ນອກຈາກນັ້ນ, ກຳປູເຈຍຍັງມີຫາດຊາຍທະເລຍາວ ເກືອບ 500 ກີໂລແມັດ ຢູ່ລຽບຕາມແຄມອ່າວໄທ ດ້ວຍຫາດອາບທະເລຫຼາຍແຫ່ງ ຫຼື ບັນດາເກາະໃຫຍ່ນ້ອຍທີ່ສວຍງາມ. ໄລຍະຜ່ານມາ, ການທ່ອງທ່ຽວທະເລ ແລະ ເກາະໄດ້ປະກອບສ່ວນຊ່ວຍຂະແໜງທ່ອງທ່ຽວກຳປູເຈຍ ຟື້ນຟູ, ຍົກສູງກຳລັງແກ້ງແຍ້ງ, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ. ຕາມບັນດານັກຊ່ຽວຊານແລ້ວ, ກຳປູເຈຍພວມ ເອົາໃຈໃສ່ ແລະ ຊຸກຍູ້ການເພີ່ມທະວີການເຊື່ອມຕໍ່, ຫັນຜະລິດຕະພັນການທ່ອງທ່ຽວທະເລເປັນຫຼາຍຮູບແບບ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາຈາກ ຫວຽດນາມ.