(VOVWORLD) - ປະຊາຊົນ ຄຳມ່ວນ ຖືວ່າ ຖ້າຜູ້ໃດມາແຂວງ ຄຳມ່ວນ ແຕ່ບໍ່ເຄີຍກິນເຂົ້າໜົມປ່ານ, ບໍ່ເຄີຍກິນເຝີ ຊຽງຫວາງ ແມ່ນຍັງບໍ່ທັນມາຮອດ ຄຳມ່ວນ. ແຕ່ດົນນານມາແລ້ວ, ເຂົ້າໜົມປ່ານ ແລະ ເສັ້ນເຝີແຫ້ງ ຊຽງຫວາງ ໄດ້ກາຍເປັນຂອງຕ້ອນທີ່ເປັນເອກະລັກຂອງແຂວງ ຄຳມ່ວນ, ເຊິ່ງຜູ້ໃດທີ່ໄປຜ່ານກໍຕ້ອງແວ່ຊິມ ຫຼື ຊື້ເມືອເປັນຂອງຕ້ອນຂອງຝາກ. ພິເສດ, ທັງ 2 ຜະລິດຕະພັນດັ່ງກ່າວ ແມ່ນລ້ວນແລ້ວແຕ່ໄດ້ເຮັດມາຈາກສີມືຂອງຊາວ ລາວ ເຊື້ອຊາດ ຫວຽດນາມ. ຕໍ່ໄປ, ເຊີນທ່ານຮັບຟັງບົດຂຽນທີ່ມີຫົວຂໍ້: “ຊາວ ລາວ ເຊື້ອຊາດ ຫວຽດນາມ ຢູ່ບ້ານ ຊຽງຫວາງ ນຳອາຫານການກິນ ຫວຽດນາມ ມາສ້າງຊື່ສຽງໃຫ້ໝູ່ບ້ານ”.