(VOVWORLD) -ລາຍການກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອບຂວັນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ປະຊາຊົນ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງ ວຽງຈັນ ແມ່ນການເຄື່ອນໄຫວປະຈຳປີ, ມີຄວາມໝາຍນະນຸດສະທໍາ, ນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ສະແດງຄວາມເອົາໃຈໃສ່ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ທີ່ມີຕໍ່ຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວຕອບສະໜອງ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມປີ 2022”, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ.