(VOVWORLD) -ພາຍຫຼັງໄລຍະເວລາກວ່າ 45 ປີ, ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດ, ສາຍພົວພັນລະຫວ່າງ ຫວຽດນາມ - ໄທ ໄດ້ພັດທະນາຢ່າງແຮງ, ແທດຈິງໃນທຸກຂົງເຂດ. ໃນໄລຍະຜ່ານມາ, ໄປຄຽງຄູ່ກັບການພັດທະນາການພົວພັນສອງຝ່າຍ, ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງ ຫວຽດນາມ ພິເສດແມ່ນນະຄອນ ດ່າໜັງ ກັບ ໄທ ໄດ້ຮັບການກະຕຸກຊຸກຍູ້ ແລະ ບັນລຸຜົນງານຫຼາຍຢ່າງ. ດ້ວຍບັນດາທ່າໄດ້ປຽບກ່ຽວກັບທີ່ຕັ້ງຍຸດທະສາດ - ຢູ່ຈຸດປາຍທາງຂອງແລວເສດຖະກິດຕາເວັນອອກ - ຕາເວັນຕົກ, ແມ່ນສູນເສດຖະກິດຂອງພາກກາງ - ໄຕງວຽນ ຂອງ ຫວຽດນາມ, ດ່າໜັງ ພວມເປັນຈຸດນັດພົບທີ່ໜ້າສົນໃຈສຳລັບນັກລົງທຶນ ແລະ ຄູ່ຮ່ວມມື ໄທ.