(VOVWORLD) -ໄລຍະພັກບຸນປີໃໝ່ປະຈຳຊາດ ຫວຽດນາມ ແມ່ນແກ່ຍາວກວ່າວັນບຸນອື່ນໆ. ນີ້ກໍແມ່ນໂອກາດທີ່ນັກສຶກສາລາວ ພວມຮ່ຳຮຽນຢູ່ ຫວຽດນາມ ຫຼາຍຄົນ ມັກເລືອກກັບເມືອຢາມບ້ານ ແລະ ຄອບຄົວຍາດຕິພີ່ນ້ອງ. ເຖິງຢ່າງໃດກໍຕາມ, ໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຂານ 2022 ນີ້, ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ສະນັ້ນ ບັນດານັກສຶກສາລາວ ບໍ່ສາມາດກັບບ້ານໄດ້. ເຖິງຢ່າງໃດກໍຕາມ, ບັນດາຫົວໜ່ວຍ, ອົງການການເມືອງ - ສັງຄົມ ແລະ ທາງໂຮງຮຽນ ໃນບໍລິເວນແຂວງ ເງະອານ ກໍໄດ້ຈັດການເຄື່ອນໄຫວຫຼາຍຢ່າງ ເປັນຕົ້ນແມ່ນລາຍການພົບປະແລກປ່ຽນ, ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ນັກສຶກສາລາວ ໝົດທຸກຄົນ ທີ່ພວມສຶກສາຢູ່ໂຮງຮຽນແຫ່ງຕ່າງໆຢູ່ນະ&a