(VOVWORLD) - ໂດຍເປັນໜຶ່ງໃນ 4 ທິມທີ່ໄດ້ຮັບໄຊຊະນະໃນການເສັງທົດສອບປະດິດຄິດສ້າງຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ (EPPIC) 2020 ໂດຍ ອົງການພັດທະນາ ສປຊ ສົມທົບກັບບັນດາປະເທດ ອາຊຽນ (UNDP) –ຈັດຕັ້ງຂຶ້ນຫວ່າງມໍ່ໆມານີ້, ທິມ CIRAC ຂອງ ໄທ ໄດ້ນຳສະເໜີເຕັກໂນໂລຢີໜຶ່ງທີ່ມີລັກສະນະບຸກທະລຸ. ນັ້ນແມ່ນ ເຕັກໂນໂລຢີຫັນປ່ຽນຖົງຫຸ້ມຫໍ່ snack ໃຫ້ກາຍເປັນອາລູມີນຽມແລະ ນ້ຳມັນກາຊວນ. ເຖິງວ່າໂຄງການດັ່ງກ່າວກຳລັງຢູ່ໃນຂັ້ນຕອນທົດລອງກໍຕາມ ແຕ່ໄດ້ໃຫ້ໝາຍຜົນທີ່ມີຄວາມເປັນໄປໄດ້ພໍສົມຄວນ, ດ້ວຍສະມັດຕະພາບບຳບັດຖົງຫຸ້ມຫໍ່ snack 1000 ໂຕນ ເປັນ ອາລູມີນຽມ 200 ກິໂລກະຣາມ ຕໍ່ວັນ, ອັນໄດ້ປະກອບສ່ວນຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ ແລະ ຊຸກຍູ້