(VOVWORLD) - “ອາດເວົ້າໄດ້ວ່າ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນບັນດາຄູ່ຮ່ວມມືທີ່ມີຄວາມຜູກພັນກັນຍ້ອນມີຈຸດຄ້າຍຄືກັນກ່ຽວກັບພື້ນຖານວັດທະນະທຳ, ສະພາບການປະຫວັດສາດ, ທີ່ຕັ້ງພູມສັນຖານຍຸດທະສາດ, ບັນດາຜົນປະໂຫຍດຄືກັນໃນພາກພື້ນ, ສາກົນ ແລະ ສຳຄັນທີ່ສຸດແມ່ນມູນເຊື້ອຄວາມສະໜິດຕິດພັນໂດຍປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Soekarno ໄດ້ສ້າງພື້ນຖານໄວ້. ຫວຽດນາມ ແລະ ອິນໂດເນເຊຍ ໄດ້ມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດການກໍ່ສ້າງປະຊາຄົມອາຊຽນສາມັກຄີ ແລະ ພັດທະນາ.”