logo

29/11/2020
ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ - ໂທ​ລະ​ພາບ ໄຊ​ສົມ​ບູນ - ກິດ​ຈະ​ກຳ​ແຫ່ງ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ລາວ
(VOVWORLD) -ໃນຊຸມປີຜ່ານມາ, ວິທະຍຸກະຈາຍຽງຫວຽດນາມ ໄດ້ມີການໜູນຊ່ວຍແທດຈິງຫຼາຍຢ່າງໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ກ່ຽວກັບການບຳລຸງສ້າງເຕັກນິກເຕັກໂນໂລຢີ, ຊ່ວຍຍົກລະດັບ ແລະ ກໍ່ສ້າງສະຖານີວິທະຍຸຢູ່ທ້ອງຖິ່ນຕ່າງໆ ເພື່ອໃຫ້ປະຊາຊົນລາວສາມາດສຳຜັດກັບແຫຼ່ງຂໍ້ມູນຂ່າວສານໄດ້ຢ່າງສະດວກ. ໂຄງການກໍ່ສ້າງວິທະຍຸກະຈາຍສຽງ - ໂທລະພາບແຂວງ ໄຊສົມບູນ ໂດຍວິທະຍຸກະຈາຍສຽງຫວຽດນາມ ເປັນເຈົ້າຂອງລົງທຶນ ດ້ວຍແຫຼ່ງເງິນຊ່ວຍເຫຼືອລ້າຂອງ ລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ ລາວ ກໍແມ່ນໜຶ່ງໃນບັນດາພະຍານຫຼັກຖານໃຫ້ແກ່ການພັດທະນາການພົວພັນລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ເວົ້າສະເພາະ ແລະ ການພົວພັນຮ່ວມມືມິດຕະພາບຮອບດ້ານແບບພິເສດ ລະຫວ່າງສອງຊາດ ຫວຽດນາມ ແລະ ລາວ ເວົ້າລວມ.

29/11/2020
ຫວຽດ​ນາມ​ ດຳ​ລົງ​ຕຳ​ແໜ່ງ​ເປັ​ນ​ປະ​ທານ ອາ​ຊຽນ ໄດ້​ເປັນ​ຢ່າງ​ດີ, ​ມີ​ໄຫວ​ພິບ ແລະ ມີ​ຫົວ​ຄິດ​ປະ​ດິດສ້າງ
(VOVWORLD) -    ນັບແຕ່ວັນທີ 1 ພະຈິກ ປີ 2020, ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ຢ່າງເປັນທາງການ. ໂດຍດຳລົງຕໍາແໜ່ງເປັນປະທານ ອາຊຽນ 2020 ກົງກັບໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ສືບຕໍ່ຢັ້ງຢືນຢ່າງແຮງບົດບາດຂອງສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຊາຍຄາລວມຂອງ ອາຊຽນ. ໄລ່ມາຮອດປັດຈຸບັນ, ສາມາດຈະຢັ້ງຢືນໄດ້ວ່າ ຫວຽດນາມ ໄດ້ປະຕິບັດບົດບາດເປັນປະທານ ອາຊຽນ 2020 ໄດ້ເປັນຢ່າງດີ ດ້ວຍບັນດາຄວາມມານະພະຍາຍາມຈາກນະໂຍບາຍຕະຫຼອດຮອດພຶດຕິກຳຕົວຈິງ ທີ່ມີໄຫວພິບ ແລະ ມີຫົວຄິດປະດິດສ້າງ.




22/11/2020
FPTU Muay Club – ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ​, ປຸກ​ລຸກ​ຄວາມ​ເມົາ​ມົວ​ກັບ ມວຍ​ໄທ
(VOVWORLD) -       ມວຍໄທ ແມ່ນປະເພດກິລາພື້ນເມືອງຂອງຄົນ ໄທ ແລະ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຢູ່ຫຼາຍປະເທດໃນໂລກ ໃນນັ້ນ ມີ ຫວຽດນາມ. ຢູ່ຮ່າໂນ້ຍ, ມີສະໂມສອນຫຼາຍແຫ່ງສອນມວຍໄທໄດ້ຮັບການສ້າງຕັ້ງຂຶ້ນ ອັນໄດ້ດຶງດູດໃຈຜູ້ມີຄວາມເມົາມົວກັບກິລາປະເພດນີ້ເປັນຈຳນວນຫຼວງຫຼາຍ, ພິເສດແມ່ນບັນດາເພື່ອນໜຸ່ມ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນມາເກືອບ 2 ປີ, FPTU  Muay Club ຂອງ ມະຫາວິທະຍາໄລ FPT ແມ່ນສະໂມສອນສັງກັດ ມະຫາວິທະຍາໄລແຫ່ງທຳອິດທີ່ສອນ ມວຍໄທ ໃຫ້ແກ່ນັກສຶກສາ. ຈຸດພິເສດຂອງສະໂມສອນແຫ່ງນີ້ແມ່ນ ເມື່ອມາທີ່ນີ້, ນັກສຶກສາບໍ່ພຽງແຕ່ໄດ້ຮຽນມວຍໄທເທົ່ານັ້ນ ຫາກຍັງມີໂອກາດໄດ້ຮຽນຮູ້ກ່ຽວກັບ ວັດທະນະທຳ ໄທ ຕື່ມອີກ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານພ້ອມກັບນັກຂ່າວ Minh Ngoc ໄປຊອກຮູ້ກ່ຽວກັບສະໂມສອນແຫ່ງນີ້.

VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ