logo

21/08/2020
ພ້ອມ​ກັນ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 ເພື່ອ​ປະ​ເທດ​ຫວຽດ​ນາມ​ເຂັ້ມ​ແຂງ
(VOVWORLD) -ໂດຍແມ່ນກຸ່ມບໍລິສັດຕ່າງປະເທດໃຫຍ່ຢູ່ຫວຽດນາມ, ກຸ່ມບໍລິສັດ ຈະເຣີນ ໂພກກະພັນ (CP) ຂອງໄທ ຊື່ງຕາງໜ້າແມ່ນບໍລິສັດ CP. ຫວຽດນາມ (CPV) ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວສັງຄົມຢູ່ຫວຽດນາມຄື: ການບໍລິຈາກເລືອດມະນຸດສະທຳ, ມອບຂອງກິນ, ສະບຽງອາຫານໜູນຊ່ວຍຄົນທຸກຍາກ, ຄົນພິການ...  ພິເສດ, ເມື່ອຫວຽດນາມ ຕ້ອງປະເຊີນໜ້າກັບໂລກລະບາດໂຄວິດ 19 ຄັ້ງທີ 2 ດ້ວຍບັນດາການຕິດແປດທີ່ສັບສົນໃນຊຸມຊົນນັ້ນ, CPV ໄດ້ຈັດບັນດາການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງຄື: ມອບເຄື່ອງອຸປະກອນການແພດ ເພື່ອພ້ອມກັບປະເທດຫວຽດນາມ ຍູ້ໂລກລະບາດໃຫ້ຖອຍໄປ.


12/08/2020
ຫວຽດ​ນາມ ແລະ ອາ​ຊຽ​ນ: ປັບ​ປຸງ​ທີ່​ຕັ້ງບົດ​ບາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ
(VOVWORLD) - ຜ່ານໄລຍະເວລາ 53 ປີແຫ່ງການເຕີບໃຫ່ຍ ແລະ ພັດທະນາ, ຖືກຕ້ອງຕາມພາລະກຳປະຫວັດສາດທີ່ໄດ້ລະບຸໄວ້ໃນຖະແຫຼງການບາງກອກ ເມື່ອວັນທີ 8 ສິງຫາປີ 1967, ອາຊຽນ ໄດ້ກາຍເປັນອົງການຕາງໜ້າໃຫ້ບັນດາປະເທດໃນພາກພື້ນຢ່າງແທ້ຈິງ, ຊຸກຍູ້ຄວາມສະໜິດຕິດພັນ ບົນນ້ຳໃຈບ້ານໃກ້ເຮືອນຄຽງ, ມິດຕະພາບ, ການຮ່ວມມື, ເຄົາລົບ, ເຂົ້າໃຈຊື່ງກັນ ແລະ ກັນ, ເພື່ອສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນາຖາວອນຂອງປະຊາຊົນ. ໃນຖານະບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງອາຊຽນ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ພ້ອມກັບບັນດາປະເທດສະມາຊິກ ເພື່ອແນໃສ່ປັບປຸງ, ຍົກສູງທີ່ຕັ້ງບົດບາດຂອງອາຊຽນ, ເຊື່ອໝັ້ນຕໍ່ຕົນເອງ ຜ່ານຜ່າບັນດາສິ່ງທ້າທາຍໃນຍຸກສະໄໝໃໝ່.




22/07/2020
ການ​ພັດ​ທະ​ນາ​ການ​ສອນ​ພາ​ສາ​ໄທ ແລະ ວັດ​ທະ​ນະ​ທຳ​ໄທ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່​າໂນ້ຍ
(VOVWORLD) -

 

   ໂດຍແມ່ນ 1 ໃນ 5 ມະຫາວິທະຍາໄລທີີ່ມີມູນເຊື້ອມາແຕ່ດົນນານ ຈຳນວນ 5 ແຫ່ງແລະ ມີອິດທີ່ພົນຊື່ງສຽງໃນການສອນພາສາຕ່າງປະເທດຢູ່ຮ່າໂນ້ຍນັ້ນ, ກ່ອນນີ້ 19 ປີ, ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ໄດ້ນຳພາສາໄທເຂົ້າສິດສອນຄືພາສາຕ່າງປະເທດທີ 2 ຢູ່ໂຮງຮຽນແຫ່ງນີ້. ມາຮອດປະຈຸບັນ, ນອກຈາກການສອນ 9 ພາສາຕ່າງປະເທດກ່ຽວກັບວິຊາສະເພາະແລ້ວ, ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ຍັງໄດ້ສ້າງຕັ້ງໜ່ວຍວິຊາພາສາຕ່າງປະເທດ ແລະ ວັດທະນະທຳອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ, ພາສາ ໄທແມ່ນຫຼັກແຫຼ່ງ ເພື່ອແນໃສ່ຊຸກຍູ້ການສອນພາສາໄທ ແລະ ເຜີຍແຜ່ວັດທະນະທຳໄທໃຫ້ແກ່ຄົນຫວຽດ.


19/07/2020
ຫວຽດ​ນາມ ສ້າງ​ຄວາມສາ​ມັກ​ຄີກັນ​ໃນ​ພາກ​ພື້ນ, ສູ້​ຊົນ​ເພື່​ອ​ເປົ້າ​ໝາຍ​ລວມ​ຕໍ່​ຜົນ​ກະ​ທົບ​ຂອງ​ສະ​ພາບ​ການ​ໃນ​ພາກ​ພື້ນ ແລະ ໂລກ
(VOVWORLD) -ທ່ານຜູ້ຟັງທີ່ເຄົາລົບ! ໃນສະພາບການຄືໃນປັດຈຸບັນ, ທ່າມກາງການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງສະພາບການໃນພາກພື້ນ ແລະ ໂລກ. ດ້ວຍບົດບາດນຳໜ້າໃນຖານະເປັນປະທານອາຊຽນ 2020, ພ້ອມທັງຮັບດຳລົງບົດບາດຄວບຄູ່ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ ແລະ ພວມມີຄວາມໝັ້ນໃຈໃນການເສີມຂະຫຍາຍກຳລັງຄວາມສາມາດ, ທີ່ຕັ້ງຂອງຕົນດ້ວຍຄວາມຫວັງຢາກປັບປຸງອາຊຽນໃຫ້ໝັ້ນຄົງເຂັ້ມແຂງຕໍ່ບັນດາຜົນກະທົບຂອງສະພາບການໃນພາກພື້ນ ແລະ ໂລກຄືໃນປັດຈຸບັນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນລົງນາມສົນທະສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ (18 ກໍລະກົດ 1977 – 18 ກໍລະກົດ 2020), ນັກຂ່າວ VOV ໄດ້ມີການສຳພາດທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວວິສາມັນຜູ້ມີອຳນາດເຕັມ ແຫ່ງສປປລາວປະຈຳ ສສ ຫວຽດນາມກ່ຽວກັບການຕີລາຄາຂອງທ່ານ ຕໍ່ການປະກອບສ່ວນຢ່າງພົ້ນເດັ່ນຂອງຫວຽດນາມ ເມື່ອດຳລົງ 2 ບົດບາດຄວບຄູ່ດັ່ງກ່າວ, ກໍ່ຄືການຮ່ວມມືລະຫ່ວາງຫວຽດນາມ - ລາວໃນການປ້ອງກັນສະກັດກັ້ນໂລກລະບາດ Covid – 19 ໃນໄລຍະທີ່ຜ່ານມາ.


VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ