(VOVWORLD) -ໂດຍໃຊ້ຈຳນວນເງິນ 13.000USD ເພື່ອລົງທຶນເຂົ້າໃນການປູກກວ້ຍໃນເນື້ອທີ່ດິນ 1 ເຮັກຕາ, ພາຍຫຼັງໄລຍະ 9 ເດືອນກໍສາມາດເກັບກ່ຽວເປັນຄັ້ງທຳອິດ ເຊິ່ງມີຜົນກຳໄລບັນລຸທົບເກືອບ 2 – 3 ເທົ່າ (ປະມານ 35.000 – 40.000USD). ນັບແຕ່ລະດູເກັບກ່ຽວທີ 2 ກໍຈະໄດ້ເກັບກ່ຽວໄວກວ່າ, 6 ເດືອນ ກໍສາມາດເກັບກ່ຽວມາໄດ້ 35.000 – 40.000 USD/ເຮັກຕາ. ສວນປູກກ້ວຍດັ່ງກ່າວ ໂດຍ ບໍລິສັດ ຮວ່າງແອັງຢາລາຍ Agrico (HAGL Agrico) ສັງກັດກຸ່ມບໍລິສັດ ຮວ່າງແອັງຢາລາຍ ຫວຽດນາມ ລົງທຶນພັດທະນາຢູ່ 3 ແຂວງຂອງ ກຳປູເຈຍ ຄືແຂວງ Stung Treng, Rattanakiri, Kratie. ຮອດທ້າຍປີ 2019, ເນື້ອທີ່ດິນໄດ້ເພີ່ມຂຶ້ນເຖິງກວ່າ 7.000 ເຮັກຕາ, ແຕ່ລະປີ, ສວນກ້ວຍດັ່ງກ່າວສາມາດເກັບກ່ຽວເປັນ 2 ຄັ້ງ ດ້ວຍລາຍຮັບບັນລຸກວ່າ 600 ລ້ານ USD. ນີ້ກໍແມ່ນສວນກວ້ຍທີ່ມີຂອບຂະໜາດ ແລະສະມັດຕະພາບການຜະລິດໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນປັດຈຸບັນ.