(VOVWORLD) -ບົນພື້ນຖານຂອງສົນທິສັນຍາວ່າດ້ວຍການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ກຳປູເຈຍ, ກຸ່ມບໍລິສັດອຸດສາຫະກຳຢາງພາລາຫວຽດນາມ (VRG) ເຊິ່ງໄດ້ຮັບຖືວ່າ ແມ່ນນັກລົງທຶນນຳໜ້າຂອງຫວຽດນາມ ທີ່ປະຕິບັດບັນດາໂຄງການຢາງພາລາຢູ່ ກຳປູເຈຍ ນັບແຕ່ປີ 2006. ໄລ່ມາຮອດປັດຈຸບັນ, ມີ 19 ໂຄງການຂອງບັນດາບໍລິສັດລູກຂອງ VRG ໄດ້ຮັບການຮັບຮອງ ແລະ ຜັນຂະຫຍາຍຢູ່ 8 ແຂວງ, ນະຄອນຂອງ ກຳປູເຈຍ, ອັນໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາເສດຖະກິດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານຂອງກຳປູເຈຍ ກໍຄື ປັບປຸງສາຍພົວພັນຖານບ້ານໃກ້ເຮືອນຄຽງ ລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບໝັ້ນແກ່ນກວ່າ.