(VOVWORLD) - ໃນຊຸມປີຜ່ານມາ, ພັກ ແລະ ລັດຖະບານລາວ ໄດ້ຂຶ້ນແຜນກຳນົດວຽກງານການພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍແມ່ນວຽກງານໂຄສະນາ, ສະໜອງຂໍ້ມູນຂ່າວສານ, ຄວາມຮູ້ກ່ຽວກັບບັນດາຂົງເຂດໃນສັງຄົມໄປສູ່ປະຊາຊົນ ເພື່ອປະກອບສ່ວນພັດທະນາແຫຼ່ງຊັບພະຍາກອນມະນຸດ. ປີ 2019 ແມ່ນປີທີ 4, ກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ຫວຽດນາມ ໄດ້ສົມທົບກັບກົມພິມຈຳໜ່າຍຂອງ ລາວ ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບວຽກງານພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ໃຫ້ແກ່ ລາວ. ນີ້ທັງແມ່ນຄວາມເປັນກຽດ, ທັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງກົມພິມຈຳໜ່າຍ, ພິມ ແລະ ຈຳໜ່າຍຫວຽດນາມ ໃນການປະກອບສ່ວນເຂົ້າໃນວຽກງານຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານຂະແໜງພິມຈຳໜ່າຍຂອງລາວ.