(VOVWORLD) - ງານມະໂຫລານດົນຕີ ອາຊຽນ 2019 ຖືກຈັດຂຶ້ນຢູ່ນະຄອນຫາຍຟ່ອງ ຂອງຫວຽດນາມ ນັບແຕ່ວັນທີ 25 – 31 ພຶດສະພານັ້ນ ໄດ້ດຶງດູດບັນດານັກສິລະປິນ, ນັກສະແດງທີ່ມາຈາກບັນດາປະເທດຄື ກໍາປູເຈຍ, ລາວ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະ ປະເທດເຈົ້າພາບ ຫວຽດນາມ. ພ້ອມກັບບັນດາປະເທດ, ກອງສິລະປະກອນລາວ ໄດ້ມີໂອກາດເພີ່ມທະວີການພົວພັນຮ່ວມມືວສາກົນໃນຂົງເຂດວັດທະນະທໍາ, ສິລະປະວັນນະຄະດີ. ກອງສິລະປະກອນລາວ ເຂົ້າຮ່ວມງານມະໂຫລານຄັ້ງນີ້ ກໍເພື່ອແນໃສ່ຈຸດປະສົງ ຖອດຖອນ, ແບ່ງປັນບົດຮຽນ, ເພີ່ມທະວີການພົວພັນແລກປ່ຽນກ່ຽວກັບການສະແດງສິລະປະວັນນະຄະດີ, ວັດທະນະທໍາ ກັບບັນດາປະເທດໃນພາກພື້ນ.