(VOVWORLD) - ຖະຫນົນ ຫງວຽນທ້າຍຫອກ ມີຄວາມຍາວເກືອບ 2 ກິໂລແມັດ ຈາກບ່ອນ 5 ແຍກ ເກື່ອນາມ ຮອດຖະຫນົນ ເຊີນໄຕ ຂອງ ຮ່າໂນ້ຍ. ໃນທ່າມກາງບັນຍາກາດອຶກກະທຶກຄຶກໂຄມ, ສຽງລົດແລ່ນຜ່ານໄປມາ ຢູ່ທີ່ນີ້ ຍັງຄົງຮັກສາສີສັນທີ່ສະຫງົບງຽບ. ຈາກແທ່ນໄມ້, ລວດລາຍຂອງການແກະສະຫລັກກອບພາບລ້ວນແຕ່ປະກອບສ່ວນຮັກສາບັນດາຄວາມຊົງຈຳ, ຮັກສາສິລະປະ.