logo

ນະ​ຄອນ ໂຮ່​ຈີ​ມິນ ຄຸ້ມ​ຄອງ​ເລກທີ​​ເຮືອນ​ດ້ວຍ​ແຜນ​ທີ່​ດີ​ຈີ​ຕອນ

2026/3/28 | 17:00:00
(VOVWORLD) -  ນະຄອນ ໂຮ່ຈິມິນ ພວມຜັນຂະຫຍາຍຊອບແວນຳໃຊ້ລະບົບຂໍ້ມູນພູມີສາດ ໃນການໝາຍເລກ ແລະ ຕິດປ້າຍເລກທີຂອງເຮືອນຢູ່ໃນບໍລິເວນນະຄອນ. ເລກທີເຮືອນແຕ່ລະຫຼັງ ໄດ້ຕິດໃສ່ໂດຍກົງກັບດິນແຕ່ລະຕອນ ແລະ ກິດຈະກຳຕົວຈິງໃນແຜນທີ່ດີຈີຕອນ, ຜ່ານນັ້ນ ກໍ່ຈຳກັດຂໍ້ຜິດພາດ, ທັບຊ້ອນກັນໃນວິວັດການອອກເລກທີໃໝ່ ໃຫ້ແຕ່ລະເຮືອນໃນລະດັບຕ່ຳທີ່ສຸດ.
ທ່ານ ຫງວຽນເຈິນຝູທິ້ງ ຮອງຜູ້ອຳນວຍການສູນການຫັນເປັນດີຈີຕອນນະຄອນ ໂຮ່ຈິມິນ (ພາບ: ຫວຸ້ເຮື່ອງ)

     ຄະນະກຳມະການ ປຊຊ ນະຄອນ ໂຮ່ຈິມິນ ມອບໃຫ້ສູນການຫັນເປັນດີຈີຕອນ ນະຄອນ ໂຮ່ຈິມິນ ສ້າງຊອບແວໂປຼແກຼມລະບົບຂໍ້ມູນພູມີສາດ (GIS). GIS (Geographic Information Systems - ລະບົບຂໍ້ມູນຂໍ້ມູນພູມີສາດ ແມ່ນເຄື່ອງມືໃນໂປຼແກຼມຄອມພິວເຕີ ນຳໃຊ້ເພື່ອເກັບກຳ, ຄຸ້ມຄອງ, ສຳເນົາ, ວິເຄາະ ແລະ ສະແດງຂໍ້ມູນທີ່ຕິດພັນກັບປັດໄຈພື້ນທີ່. ເຕັກໂນໂລຊີນີ້ໄດ້ຊ່ວຍປະມວນຫຼາຍຊັ້ນຂໍ້ມູນທີ່ແຕກຕ່າງກັນໃນແຜນທີ່ດີຈີຕອນໜຶ່ງ, ໜູນຊ່ວຍການຄຸ້ມຄອງ, ວາງແຜນຜັງ ແລະ ອອກການຕັດສິນ. ເມື່ອທຽບກັບວິທີການຄຸ້ມຄອງແບບເກົ່າ ຫຼື ແຜນທີ່ເຈ້ຍນັ້ນ, GIS ອະນຸຍາດອັບເດດໄວ, ຂໍ້ມູນລະຫວ່າງບັນດາອົງການໄດ້ສະແດງພ້ອມກັນ, ຮັບຮູ້ຂໍ້ມູນທີ່ກ່ຽວຂ້ອງເຖິງເລກທີເຮືອນ, ຊື່ຖະໜົນ… ກົງກັນ, ຈາກນັ້ນກໍ່ດັດປັບ, ຫລຸດຂໍ້ຜິດພາດລົງ…

(ພາບ: ຮ່າແຄັງ)

     ຊອບແວນີ້ໄດ້ສືບທອດຈາກຊອບແວນຳໃຊ້ໃຫ້ນະຄອນ ຖູດຶກ ໃນເມື່ອກ່ອນ, ຊື່ງໄດ້ຜັນຂະຫຍາຍນັບແຕ່ປີ 2024. ຂໍ້ມູນໄດ້ຫັນເປັນມາດຖານ, ອັບເດດບັນດາຂໍ້ມູນຄື: ຊື່ເຈົ້າຂອງເຮືອນ, ເລກທີເຮືອນ, ຊື່ຖະໜົນ, ເຂດຊຸມຊົນ, ແຜນທີ່, ເລກທີຕອນດິນ… ທ່ານ ຫງວຽນເຈິນຝູທິ້ງ ຮອງຜູ້ອຳນວຍການສູນການຫັນເປັນດີຈີຕອນນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ:

     ດ້ວຍຊອບແວນີ້, ປຊຊ ສາມາດຄົ້ນຫາຂໍ້ມູນທີ່ຢູ່ ແລະ ສ່ອງແສງ ຖ້າມີຂໍ້ມູນຜິດພາດກໍ່ແຈ້ງໃຫ້ຄະນະກຳມະການປະຊາຊົນບັນດາຕາແສງ ຫຼື ສ່ອງແສງທາງອອນໄລໃນໂປຼແກຼມນີ້ ເພື່ອແກ້ໄຂ. ບັນດາການສ່ອງແສງຈະໄດ້ຮັບ ແລະ ແກ້ໄຂ, ຈາກນັ້ນກໍ່ຈະມີບັນດາຂໍ້ມູນທີ່ຖືກຕ້ອງ.

    ໃນໄຕມາດທີ 1 ປີ 2026, ນະຄອນ ໂຮ່ຈິມິນ ໄດ້ຈັດການຕີລາຄາຮູບແບບໂປຼແກຼມເຕັກໂນໂລຊີ GIS ໃນວຽກງານໝາຍເລກ ແລະ ຕິດປ້າຍເລກທີເຮືອນຢູ່ຕາແສງ ອານແຄັງ. ພ້ອມທັງໄດ້ເປີດກວ້າງການສຳຫຼວດກວດກາຢູ່ຕາແສງຈຳນວນໜຶ່ງທີ່ມີຈຸດພິເສດເປັນຕົວເມືອງທີ່ແຕກຕ່າງກັນຄື: ເຂດຊຸມຊົນທີ່ໄດ້ຢູ່ເປັນປົກກະຕິ, ເຂດໂຄງການຕົວເມືອງທີ່ພວມຜັນນະຫຍາຍ, ເຂດຊຸມຊົນທີ່ມີປະຊາກອນຢູ່ໜ້ອຍ ແລະ ກະແຈກກະຈາຍ, ທີ່ດິນກວ້າງ… ການໝູນໃຊ້ໂປຼແກຼມເຕັກໂນໂລຊີ ເຂົ້າໃນການຄຸ້ມຄອງຕົວເມືອງ ບໍ່ໄດ້ພາໄປເຖິງເລື່ອງຕ້ອງປ່ຽນເລກທີເຮືອນຢູ່ໃນປະຈຸບັນ. ລະບົບຊອບແວອະນຸຍາດໃຫ້ຄຸ້ມຄອງເລກທີເຮືອນຢູ່ໂດຍກົງໃນແຜນທີ່ GIS, ອອກເລກທີເຮືອນຢູ່ໃໝ່ທາງອອນໄລ, ເກັບສຳເນົາປະຫວັດການປ່ຽນແປງ ແລະ ຄົ້ນຫາຂໍ້ມູນຂອງຕອນດິນ… ທ່ານປະລິນຍາເອກ ຫງວຽນຫີ້ວງວຽນ ສະມາຄົມວາງແຜນຜັງຕົວເມືອງ ແລະ ພັດທະນານະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ:

   ເຮັດໄດ້ສິ່ງດັ່ງກ່າວຊ່ວຍໃຫ້ການຄຸ້ມຄອງຕົວເມືອງທັນສະໄໝ ແລະ ຕົວເມືອງອັດສະລີຍະໄດ້ຢ່າງວ່ອງໄວ ແລະ ຊັດເຈັນກວ່າ. ໃນການດຳເນີນແມ່ນ ພວກເຮົາຕ້ອງເລືອກຄ່າໃຊ້ຈ່າຍ, ຂັ້ນຕອນການປະຕິບັດລະອຽດ.

   ຈຸດໃໝ່ຂອງວິທີການຄຸ້ມຄອງເລກທີເຮືອນຢູ່ດ້ວຍແຜນທີ່ GIS ແມ່ນເພີ່ມທະວີການເຂົ້າຮ່ວມຂອງ ປຊຊ. ພາຍຫຼັງລະບົບໄດ້ນຳເຂົ້າເຄື່ອນໄຫວ, ຂໍ້ມູນເລກທີເຮືອນ ໄດ້ແບ່ງປັນຢູ່ໂປຼແກຼມ “ພົນລະເມືອງດີຈິຕອນນະຄອນ ໂຮ່ຈິມິນ”. ເມື່ອ ປຊຊ ເຂົ້າໄປຄົ້ນຫາໃນລະບົບຊອບແວ ຈະສາມາດຮູ້ໄດ້ວ່າ ເຮືອນມີເນື້ອທີ່ເທົ່າໃດ, ຮູ້ເລກທີຂອງຕອນດິນ, ທີ່ຕັ້ງ, ຈຸດພິກັດ… ໄດ້ຢ່າງງ່າຍດາຍ. ປຊຊ ສາມາດຄົ້ນຫາຂໍ້ມູນທີ່ຢູ່ ແລະ ສ່ອງແສງ ຖ້າຫາກພົບເຫັນຄວາມຜິດພາດເມື່ອທຽບກັບສະພາບຕົວຈິງ. ບັນດາຄຳສ່ອງແສງຂອງ ປຊຊ ຈະໄດ້ຮັບ, ແກ້ໄຂທາງອອນໄລ, ປະກອບສ່ວນອັບເດດ ແລະ ເຮັດໃຫ້ຂໍ້ມູນຈະແຈ້ງຂຶ້ນຕື່ມ. ທ່ານນາງ ຫວໍທິຈຸງຈິງ ຜູ້ອຳນວຍການສູນການຫັນເປັນດີຈີຕອນນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ:

  ເຂົ້າໃຈງ່າຍວ່າແມ່ນຂໍ້ມູນເລກທີເຮືອນຢູ່ ແຕ່ຕົວຈິງແມ່ນໄດ້ຕິດພັນກັບຂໍ້ມູນອື່ນໆ ຊື່ງປະຈຸບັນພວກເຮົາຕ້ອງຄຸ້ມຄອງ. ຕົວຢ່າງຄືຮາກຖານຂໍ້ມູນກ່ຽວກັບປະຊາກອນ, ກ່ຽວກັບທີ່ດິນ, ການກໍ່ສ້າງ, ການວາງແຜນຜັງ ແລະ ທັງຂໍ້ມູນກ່ຽວກັບສາທາລະນະສຸກ, ການສຶກສາ. ຜ່ານນັ້ນ, ກໍ່ຈະຊ່ວຍພັດທະນາການຄ້າເອເລກໂຕນິກ, ປະຢັດຄ່າໃຊ້ຈ່າຍ, ສາມາດຊອກຫາວິທີຂົນສົ່ງສິນຄ້າທີ່ດີທີ່ສຸດ.

   ເມື່ອຂໍ້ມູນທັງໝົດໄດ້ຫັນເປັນມາດຖານ ແລະ ປະມວນໄວ້ກັບຂໍ້ມູນກ່ຽວກັບທີ່ດິນ, ປະຊາກອນ, ລະບົບມີຄວາມສາມາດກວດກາຊື່ຖະໜົນ, ເລກທີເຮືອນທີ່ຖືກຊ້ອນກັນຢູ່ຕາມແຕ່ລະເຂດບໍລິຫານໄດ້ແບບອັດຕະໂນມັດ; ຮັບປະກັນລັກສະນະເປັນເອກະພາບ, ຄົບຊຸດ ແລະ ເຊື່ອມຕໍ່, ແບ່ງປັນຂໍ້ມູນລະຫວ່າງບັນດາອົງການສຳນັກງານ, ຫົວໜ່ວຍ. ພາຍຫຼັງໄດ້ປະຕິບັດທົດລອງຢູ່ຕາແສງຈຳນວນໜຶ່ງ, ສູນການຫັນເປັນດີຈີຕອນນະຄອນ ໂຮ່ຈິມິນ ຈະເປັນເສນາທິການໃຫ້ແກ່ຄະນະກຳມະການ ປຊຊ ນະຄອນ ໂຮ່ຈິມິນ ສ້າງຊອບແວກ່ຽວກັບການສະໜອງ, ຄຸ້ມຄອງສຳເນົາເອກະສານເລກທີເຮືອນຢູ່ໂດຍໄວ ເພື່ອໃຊ້ລວມແບບເປັນເອກະພາບຢູ່ນະຄອນ ໂຮ່ຈິມິນ./.

TAG
VOV/VOVworld/ນະ​ຄອນ ໂຮ່​ຈີ​ມິນ ຄຸ້ມ​ຄອງ​ເລກທີ​​ເຮືອນ​ດ້ວຍ​ແຜນ​ທີ່​ດີ​ຈີ​ຕອນ/ທ່ານ ຫງວຽນເຈິນຝູທິ້ງ ຮອງຜູ້ອຳນວຍການສູນການຫັນເປັນດີຈີຕອນນະຄອນ ໂຮ່ຈິມິນ/ທ່ານນາງ ຫວໍທິຈຸງຈິງ ຜູ້ອຳນວຍການສູນການຫັນເປັນດີຈີຕອນນະຄອນ ໂຮ່ຈິມິນ/ແຜນທີ່ GIS/ທ່ານປະລິນຍາເອກ ຫງວຽນຫີ້ວງວຽນ ສະມາຄົມວາງແຜນຜັງຕົວເມືອງ ແລະ ພັດທະນານະຄອນ ໂຮ່ຈິມິນ/Geographic Information Systems - ລະບົບຂໍ້ມູນຂໍ້ມູນພູມີສາດ ແມ່ນເຄື່ອງມືໃນໂປຼແກຼມຄອມພິວເຕີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ