ແມ່ນ້ຳເຮືອງທີ່ນະຄອນເຫ້ວ (ພາບ: VOV) |
ເຫ້ວແມ່ນສູນກາງວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະ ການທ່ອງທ່ຽວຂອງເຂດພາກກາງ ຫວຽດນາມ ພ້ອມທັງແມ່ນຂົວຕໍ່ຄົມມະນາຄົມສຳຄັນ, ເປັນປະຕູອອກສູ່ທະເລຂອງແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ການດັດປັບແຜນຜັງມີຄວາມໝາຍຍຸດທະສາດ, ຈັດຕັ້ງພື້ນທີ່ພັດທະນາຄືນໃໝ່, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢ່າງມີປະສິດທິຜົນ ແລະ ສ້າງກຳລັງແຜ່ກະຈາຍໃຫ້ແກ່ເຂດທາງທິດເໜືອພາກກາງ.
ຂົວຂ້າມທະເລ ທ້ວນອານ (ພາບ: VOV) |
ຕາມການກຳນົດວາງແຜນຜັງນະຄອນເຫ້ວ ໄລຍະ 2021-2030, ວິໄສທັດຮອດປີ 2050, ນະຄອນເຫ້ວ ພັດທະນາຕາມຮູບແບບຕົວເມືອງມໍລະດົກແມ່ນ້ຳ-ທະເລສາບນ້ຳເຄັມຊາຍຝັ່ງ-ທະເລກັບແມ່ນ້ຳເຮືອງ ແມ່ນບັນດາເຂດທິວທັດທຳມະຊາດ-ສູນວັດທະນະທຳ; ທະເລສາບນ້ຳເຄັມຊາຍຝັ່ງ ຕາມຢາງ-ຂົວຮາຍ ແມ່ນສະຖານທີ່ທ່ອງທ່ຽວຊີວະພາບພິເສດ; ເຂດແຄມທະເລແມ່ນພື້ນທີ່ຕົວເມືອງທະເລ, ການບໍລິການ ແລະ ເສດຖະກິດທະເລທີ່ທັນສະໄໝ. ທິດເດີນນີ້ປະກອບສ່ວນສ້າງສີສັນສະເພາະ, ຍົກສູງຄວາມສາມາດແກ່ງແຍ້ງ ແລະ ຄວາມສາມາດປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ. ນັກສະຖາປານິກ ໂງວຽດນາມເຊີນ ໄຈ້ແຍກວ່າ:
ການວາງແຜນຜັງຕ້ອງໄປຄຽງຄູ່ກັບແຜນການປະຕິບັດການວາງແຜນຜັງ ແລະ ຕ້ອງມີຍຸດທະສາດດຶງດູດນັກລົງທຶນ, ຍຸດທະສາດແກ່ງແຍ້ງ. ດຶງດູດເງິນລົງທຶນໃຫ້ແກ່ເຫ້ວ ເພື່ອອາດຈະສາມາດລົງທຶນກໍ່ສ້າງພື້ນຖານໂຄງລ່າງຈຸດສຸມ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມຫຼາຍວິທີການ. ເຊື່ອມຕໍ່ໃຈກາງເຫ້ວ ກັບ ດ່ານັງ ກັບລະບົບພື້ນຖານໂຄງລ່າງແຫ່ງຊາດ ຊ່ວຍໃຫ້ເສດຖະກິດເຫ້ວ ພັດທະນາ.
ການດັດປັບແຜນຜັງນະຄອນເຫ້ວ ຮອດປີ 2030, ວິໄສທັດຮອດປີ 2050 ໄດ້ສຸມໃສ່ 5 ເສົາຄ້ຳ: ວັດທະນະທຳ-ມໍລະດົກ; ເສດຖະກິດພູມປັນຍາ, ການບໍລິການຄຸນນະພາບສູງ ແລະ ເສດຖະກິດທະເລ-ທະເລສາບນ້ຳເຄັມຊາຍຝັ່ງ; ວາງແຜນຜັງຊີວະພາບ, ພັດທະນາຕົວເມືອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ພື້ນຖານໂຄງລ່າງອັດສະລີຍະ, ເຊື່ອມຕໍ່ລະຫວ່າງເຂດ; ຊາວເຫ້ວ-ປະຊາຄົມແມ່ນ້ຳເປັນໃຈກາງ. ນັກສະຖາປານິກ ເຈິ່ນງອກຈິງ, ປະທານສະມາຄົມວາງແຜນຜັງ ແລະ ພັດທະນາຕົວເມືອງ ຫວຽດນາມ ຖືວ່າ: ເຫ້ວ ຕ້ອງໄດ້ຮັບການກຳນົດແມ່ນນະຄອນມໍລະດົກວັດທະນະທຳຢ່າງຈະແຈ້ງ, ຕິດພັນຢ່າງແໜ້ນແຟ້ນກັບ ດ່ານັງ, ກວາງຈິ, ບັນດາເຂດເສດຖະກິດ ແລະ ພື້ນທີ່ການຂົນສົ່ງທາງທະເລ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງເຂດ, ລະຫວ່າງມໍລະດົກ, ພິເສດແມ່ນຮ່ວມມືກັບ ລາວ; ພ້ອມທັງອະນຸລັກຮັກສາເຂດພະລາຊາວັງເຫ້ວ ຄືດັ່ງຫຼັກການແກ່ນສານໃນການພັດທະນາ:
ການດັດປັບການວາງແຜນຜັງນະຄອນຫ້ວ ຕ້ອງເຮັດແຈ້ງວ່າ ພະລາຊາວັງເຫ້ວ ແລະ ທົ່ວເຂດພາຍໃນຕົວເມືອງປະຈຸບັນແມ່ນພື້ນທີ່ບຸລິມະສິດການອະນຸລັກຮັກສາ. ເສີມຂະຫຍາຍຄຸນຄ່າມໍລະດົກ ແລະ ປົກປັກຮັກສາເຂດທິວທັດທຳມະຊາດແມ່ນ້ຳເຮືອງ, ການປົກປັກຮັກສາທິວທັດມໍລະດົກແມ່ນຫຼັກການຕັດສິນຊິ້ຂາດ, ບໍ່ໄດ້ແຊກແຊງ.
ບັນດານັກຊ່ຽວຊານຖືວ່າ: ບັນດາຈຸດອຸດຕັນພວມສົ່ງຜົນສະທ້ອນຕໍ່ການພັດທະນາຂອງນະຄອນເຫ້ວ ແມ່ນພື້ນຖານໂຄງລ່າງ, ພະລັງງານ, ແຫຼ່ງຊັບພະຍາກອນມະນຸດ, ການບໍລິຫານຕົວເມືອງ, ງົບປະມານ ແລະ ຄວາມຂັດແຍ້ງພື້ນທີ່ພັດທະນາ. ພ້ອມທັງໄດ້ສະເໜີບັນດາມາດຕະການຍົກສູງລັກສະນະເປັນໄປໄດ້, ຮັບປະກັນຄວາມເຫັນດີເຫັນພ້ອມລະຫວ່າງການວາງແຜນຜັງນະຄອນ ກັບການວາງແຜນຜັງສັງລວມຂອງຊາດ, ການວາງແຜນຜັງເຂດ ແລະ ຂະແໜງ.
ທ່ານ ຫງວຽນຄັກຕ່ວານ ປະທານຄະນະກຳມະການ ປຊຊ ນະຄອນເຫ້ວ ໃຫ້ຮູ້ວ່າ:
ການປັບປຸງການວາງແຜນຜັງນະຄອນເຫ້ວ ມີຄວາມໝາຍສຳຄັນພິເສດ, ສະແດງໃຫ້ເຫັນເຈດຈຳນົງ ແລະ ຄວາມຄາດຫວັງພັດທະນາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ນະຄອນເຫ້ວ. ຄະນະກຳມະການ ປຊຊ ນະຄອນ ຈະສຸມໃສ່ສ້າງແຜນການລະອຽດ ເພື່ອຜັນຂະຫຍາຍປະຕິບັດໂດຍໄວ, ນຳການວາງແຜນຜັງເຂົ້າສູ່ຊີວິດຕົວຈິງ.
ໂສມໜ້າໃໝ່ຂອງນະຄອນເຫ້ວ ຕ້ອງໄດ້ຮັບການສ້າງຂຶ້ນດ້ວຍບັນດາການປ່ຽນແປງລະອຽດ, ເພື່ອໃຫ້ເຂດກຸງເກົ່າ ທັງຮັກສາໄດ້ຄວາມສະຫງົບງຽບອັນຄຶກຂຶມທີ່ມີຢູ່ແລ້ວ, ທັງໄດ້ຢັ້ງຢືນທີ່ຕັ້ງຂອງຕົວເມືອງມໍລະດົກເປັນເທື່ອລະກ້າວ ໃນວິວັດການພັດທະນາລວມຂອງປະເທດຊາດ./.




